ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ອູຣູກວາຍ ປາດ​ຖະ​ໜາຢາກ​ຊຸກ​ຍູ້ FTA ກັບ ຫວຽດ​ນາມ

(VOVWORLD) -ທ່ານ ເອກອັກຄະລັດຖະທູດ Raul Pollak ມີຄວາມປາດຖະໜາຢາກໃຫ້ ສິນຄ້າທີ່ມີທ່າແຮງຂອງ ອູຣູກວາຍ ແຊກຊຶມເຂົ້າຕະຫຼາດ ຫວຽດນາມ, ພິເສດແມ່ນ ຊີ້ນງົວ, ພ້ອມທັງ ໃຫ້ຜູ້ບໍລິໂພກ ຊາວອູຣູກວາຍ ຊົມໃຊ້ສິນຄ້າ ຫວຽດນາມ ຄືຜະລິດຕະພັນເອເລັກໂຕນິກ, ຢາງພາລາ, ໝາກໄມ້ ແລະ ກາເຟ.
ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ອູຣູກວາຍ ປາດ​ຖະ​ໜາຢາກ​ຊຸກ​ຍູ້ FTA ກັບ ຫວຽດ​ນາມ - ảnh 1ທ່ານປະທານປະເທດ ຫວຽດານມ ຫງວຽນຊວັນຟຸກ ແລະ ທ່ານເອກອັກຄະລັດຖະທູດ ອູຣູກວາຍ ປະຈຳ ຮ່າໂນ້ຍ Raul Juan Pollak (ພາບ: TTXVN)

ອູຣູກວາຍ ແລະ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການເພີ່ມທະວີການແລກປ່ຽນການຄ້າ. ນັ້ນແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ອູຣູກວາຍ ປະຈຳ ຮ່າໂນ້ຍ Raul Juan Pollak Giampietro. ທ່ານເອກອັກຄະລັດຖະທູດ ອູຣູກວາຍຄົນໃໝ່ນີ້ ໃຫ້ຮູ້ວ່າ ຈະມານະພະຍາຍາມຊຸກຍູ້ການຮ່ວມມືສອງຝ່າຍກັບ ຫວຽດນາມ ໃນອະນາຄົດ, ພ້ອມທັງຖືວ່າ ເລື່ອງຫວຽດນາມ ເປີດສະຖານທູດ ປະຈຳ Montevideo ແລະ ສັນຍາການຄ້າເສລີ (FTA) ຈະແມ່ນວິທີການດີທີ່ສຸດ ເພື່ອເພີ່ມທະວີການພົວພັນລະຫວ່າງ ສອງປະເທດ, ພິເສດແມ່ນໃນຂົງເຂດ ເສດຖະກິດ, ການຄ້າ.

ທ່ານ ເອກອັກຄະລັດຖະທູດ Raul Pollak ມີຄວາມປາດຖະໜາຢາກໃຫ້ ສິນຄ້າທີ່ມີທ່າແຮງຂອງ ອູຣູກວາຍ ແຊກຊຶມເຂົ້າຕະຫຼາດ ຫວຽດນາມ, ພິເສດແມ່ນ ຊີ້ນງົວ, ພ້ອມທັງ ໃຫ້ຜູ້ບໍລິໂພກ ຊາວອູຣູກວາຍ ຊົມໃຊ້ສິນຄ້າ ຫວຽດນາມ ຄືຜະລິດຕະພັນເອເລັກໂຕນິກ, ຢາງພາລາ, ໝາກໄມ້ ແລະ ກາເຟ.

ທ່ານ Raul Pollak ກໍ່ມີຄວາມປາດຖະໜາຢາກໃຫ້ ອູຣູກວາຍ ແລະ ຫວຽດນາມ ເພີ່ມທະວີການແລກປ່ຽນ ລະຫວ່າງບັນດາອົງການນິຕິບັນຍັດ, ແລກປ່ຽນວັດທະນະທຳ ລະຫວ່າງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ