ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ລາວກາຍ

(VOVWORLD) -ການໄປຢ້ຽມຢາມແມ່ນເພື່ອຍົກສູງປະສິດທິພາບ, ປະສິດທິຜົນການຮ່ວມມືຢ່າງແທດຈິງລະຫວ່າງແຂວງ ລາວກາຍ ກັບບັນດາຄູ່ຮ່ວມມື ອາເມລິກາ
ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ລາວກາຍ - ảnh 1(ທ່ານເອກອັກຄະລັດຖະທູດ Marc E.Knapper ພ້ອມກັບຄະນະປະຕິບັດງານ ເຮັດວຽກຢູ່ແຂວງ ລາວກາຍ)

        ຕອນບ່າຍວັນທີ 21 ກຸມພາ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper ພ້ອມກັບຄະນະປະຕິບັດງານຂອງສະຖານທູດ ອາເມລິກາ, ອົງການພັດທະນາສາກົນ ອາເມລິກາ (USAID) ພ້ອມກັບອົງການສຸຂະພາບຄອບຄົວສາກົນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ລາວກາຍ. ການໄປຢ້ຽມຢາມແມ່ນເພື່ອຍົກສູງປະສິດທິພາບ, ປະສິດທິຜົນການຮ່ວມມືຢ່າງແທດຈິງລະຫວ່າງແຂວງ ລາວກາຍ ກັບບັນດາຄູ່ຮ່ວມມື ອາເມລິກາ ໃນຂົງເຂດປັບປຸງພື້ນຖານໂຄງລ່າງ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ການປ້ອງກັນ ຕ້ານການຄ້າມະນຸດ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper, ຢືນຢັນວ່າ:

        “ນະໂຍບາຍຂອງ ອາເມລິກາ ແມ່ນ ພວກຂ້າພະເຈົ້າສະໜັບສະໜູນ ຫວຽດນາມ ທີ່ເຂັ້ມແຂງ, ວັດທະນາຖາວອນ ແລະ ເປັນເອກະລາດ. ພວກຂ້າພະເຈົ້າເຄົາລົບອະທິປະໄຕ ແລະ ລະບອບການເມືອງຂອງ ຫວຽດນາມ. ສະນັ້ນ, ພວກຂ້າພະເຈົ້າປາດຖະໜາວ່າ ອາເມລິກາ ຈະສືບຕໍ່ຮ່ວມມື, ເຮັດວຽກຢ່າງແໜ້ນແຟ້ນ, ເລິກເຊິ່ງກວ່າ ບໍ່ພຽງແຕ່ກັບອຳນາດການປົກຄອງຂັ້ນສູນກາງເທົ່ານັ້ນ ຫາກຍັງເຮັດວຽກ, ຮ່ວມມືກັບອຳນາດການປົກຄອງຂັ້ນແຂວງ ແລະ ລະອຽດແມ່ນແຂວງ ລາວກາຍ ອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ