ເອກ​ອັກ​ຄະ​ລັດ​ຖະ​ທູດ ເລືອງ​ແທັງ​ງິ: ນ້ຳ​ໃຈ​ຂອງ​ຊາດ, ຄວາມ​ຮັກແພງ​ຂອງ​ພໍ່​ແມ່​ພີ່​ນ້ອງ​ໄດ້​ແຜ່​ກະ​ຈາຍ

(VOVWORLD) -ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ແມ່ນກຳລັງສຳຄັນຂອງຊາດ ຫວຽດນາມ. ເຖິງວ່າຈະຢູ່ແຫ່ງຫົນໃດກໍ່ຕາມ, ແຕ່ພໍ່ແມ່ພີ່ນ້ອງກໍ່ອວ່າຍໜ້າເມືອຫາປະເທດຊາດ, ສະໜິດຕິດພັນກັບກົກເຄົ້າເຫງົ້າກໍ່ຂອງຊາດ. ພິເສດ, ໃນໄລຍະປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19, ຄວາມຮັກແພງຂອງພໍ່ແມ່ພີ່ນ້ອງຍິ່ງໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມທະວີຫຼາຍຂຶ້ນ.
ເອກ​ອັກ​ຄະ​ລັດ​ຖະ​ທູດ ເລືອງ​ແທັງ​ງິ: ນ້ຳ​ໃຈ​ຂອງ​ຊາດ, ຄວາມ​ຮັກແພງ​ຂອງ​ພໍ່​ແມ່​ພີ່​ນ້ອງ​ໄດ້​ແຜ່​ກະ​ຈາຍ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ເລືອງແທັງງິ (ພາບ: TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ເລືອງແທັງງິ, ຮອງປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຂານ 2022. ຕາມທ່ານເອກອັກຄະລັດຖະທູດ ເລືອງແທັງງິ ແລ້ວ, ບໍ່ມີຍາມໃດທີ່ນ້ຳໃຈສາມັກຄີ, ນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງຊາວ ຫວຽດນາມ ພັດແຜ່ກະຈາຍຄືກັບໄລຍະເກີດໂລກລະບາດໂຄວິດ - 19 ອັນໄດ້ສົ່ງຜົນກະທົບຕໍ່ທຸກດ້ານຂອງຊີວິດເສດຖະກິດ, ວັດທະນະທຳ, ສັງຄົມຂອງບັນດາປະເທດ, ໃນນັ້ນມີ ຫວຽດນາມ. ໃນໄລຍະແຕ່ປີ 2020 – 2021, ພໍ່ແມ່ພີ່ນ້ອງໄດ້ແຜ່ບໍລິຈາກເງິນຈຳນວນປະມານ 120 ຕື້ດົ່ງເຂົ້າໃນກອງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ກອງທຶນວັກຊິນກັນພະຍາດໂຄວິດ - 19. ພໍ່ແມ່ພີ່ນ້ອງກໍໄດ້ສົ່ງວັດຖຸອຸປະກອນການແພດ, ຜ້າອັດປາກ - ດັງ, ຢາຂ້າເຊື້ອ, ຊຸດປ້ອງກັນ…

     ທ່ານເອກອັກຄະລັດຖະທູດ ເລືອງແທັງງິ ປາດຖະໜາວ່າ ພໍ່ແມ່ພີ່ນ້ອງຈະສືບຕໍ່ສຸດຈິດສຸດໃຈ, ຮັກສານ້ຳໃຈອວ່າຍໜ້າເມືອຫາປະເທດຊາດນີ້ ເພື່ອພ້ອມກັບພໍ່ແມ່ພີ່ນ້ອງຢູ່ພາຍໃນປະເທດປະຕິບັດຄວາມຄາດຫວັງສ້າງສາ ແລະ ພັດທະນາປະເທດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ