ເອກອັກຄະລັດຖະທູດຫວຽດນາມປະຈຳລາວອວຍພອນວັນຊາດລາວ

ເອກອັກຄະລັດຖະທູດຫວຽດນາມປະຈຳລາວອວຍພອນວັນຊາດລາວ - ảnh 1
(ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ເອກ​ອັກຄະ​ລັດຖະທູດ
ຫວຽດນາມ ປະຈຳ ລາວ)

(vovworld) ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນຊາດ ສປປ ລາວ (2/12/1975 – 2/12/2015), ວັນ​ທີ 25/11, ທີ່ສຳ​ນັກ​ງານ​ກະຊວງ​ການ​ຕ່າງປະ​ເທດ ລາວ ຢູ່​ນະຄອນຫລວງ ວຽງ​ຈັນ, ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ​ໄດ້​​ໄປອວຍພອນ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ ລາວ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ​ການ​ສະຖາປະນາ​ລັດ ສປປ ລາວ ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ປະຫວັດສາດ ບໍ່​ພຽງ​ແຕ່​ສຳລັບ​ປະຊາຊົນ ລາວ, ປະຊາຊົນ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​​ແມ່ນປະຊາຊົນ​ຜູ້ກ້າວໜ້າ​ໃນ​ທົ່ວ​ໂລກອີກ​ດ້ວຍ. ນີ້​ກໍ​ແມ່ນໝາກ​ຜົນ​ແຫ່ງ​ນ້ຳ​ໃຈ​ສາມັກ​ຄີ​ແບບ​ພິ​ເສດ, ສຳພັນທະ​ມິດ​ສູ້ຮົບ​ຂອງ 2 ພັກ 2 ລັດ ຫວຽດນາມ - ລາວ ​ໃນ​ພາລະກິດ​ຕໍ່ສູ້​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຈະ​ສືບ​ຕໍ່​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ