ເອກະສານປະຫວັດສາດ ຂອງຈີນ ກ່ຽວກັບ ອະທິປະໄຕສຳລັບຮ່ວາງຊາ ແມ່ນບໍ່ມີຫຼັກຖານ

ເອກະສານປະຫວັດສາດ ຂອງຈີນ ກ່ຽວກັບ ອະທິປະໄຕສຳລັບຮ່ວາງຊາ ແມ່ນບໍ່ມີຫຼັກຖານ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ດ່ວານ​ຊວນ​ຮື​ງ
(ພາບປະກອບ: vietnamplus.vn)


(vovworld) –  ​​​ໃນ​ບົດ​ຂຽນ​ລົງ​ພິມ​ໃນ​ໜັງ​ສືພິມ “Yomiuri Shimbun” ສະບັບ​ອອກ​ວັນ​ທີ 17/06, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ດ່ວານ​ຊວນ​ຮື​ງ ຢືນຢັນ​ວ່າ, ຫວຽ​ດນາມ ​ໄດ້​ປະກາດ​ບັນດາ​ຫຼັກ​ຖານ​ຢ່າງ​ເປັນ​ທາງ​ການ ສະ​ແດງ​ໃຫ້​ເຫັນ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ. ບັນດາ​ເອກະສານ​ເຊິ່ງຈີນ ​ໄດ້​ຖື​ວ່າ​ມີ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແມ່ນ​ບໍ່​ມີ​ຫຼັກ​ຖານ.

        ທ່ານເອກ​ອັກຄະ​ລັດຖະທູດດ່ວານ​ຊວນ​ຮື​ງ ຢືນຢັນ​ວ່າ ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽ​ດນາມ ​ແມ່ນ​ການ​ກະທຳ​ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢ່າງ​ຮ້າຍ​ແຮງ, ລະ​ເມີດ​ກົດ​ບັດ​ຂອງສະຫະ​ປະຊາ​ຊາດ, ສົນທິສັນຍາສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ ​ແລະ ລະ​ເມີດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ລະຫວ່າງ​ຈີນ ​ແລະ ອາ​ຊຽນ. ທ່ານເອກ​ອັກຄະ​ລັດຖະທູດດ່ວານ​ຊວນ​ຮື​ງ ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ ຖື​ການ​ພົວພັນ​ກັບ​ຈີນ ​ເປັນ​ສຳຄັນ ​ແຕ່​ຈະ​ຢືດໝັ້ນນຳ​ໃຊ້​ບັນດາ​ມາດ​ຕະການ​ສັນຕິພາບ​ເຊິ່ງກົດໝາຍ​ສາກົນ​ອະນຸຍາດ ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນ​ດິນ, ປົກປັກ​ຮັກສາສັນຕິພາບ ​ແລະ ຄວາມ​ຍຸຕິ​ທຳ. ຫວຽດນາມ  ປາດ​ຖະໜາ​ວ່າ ປະຊາຊົນ​ໂລກ, ​ໃນ​ນັ້ນ​ມີ​ປະຊາຊົນ​ຍີ່ປຸ່ນ ສືບ​ຕໍ່​ສະໜັບສະໜູນ​ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ