ເອທີໂອປີ ຖະແຫຼງໄວ້ທຸກລະດັບຊາດໃນເຫດເຮືອບິນຕົກ

(VOVWORLD) - ວັນທີ 11 ມີນາ, ສະພາແຫ່ງຊາດ ເອທີໂອປີ ໄດ້ຖະແຫຼງໄວ້ທຸກລະດັບຊາດ ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດເຮືອບິນຕົກຢູ່ ເອທີໂອປີ ໃນວັນທີ 10 ມີນາ ເຊິ່ງເຮັດໃຫ້ຜູ້ໂດຍສານ ແລະ ຈຸບິນ 157 ຄົນເສຍຊີວິດ.
ເອທີໂອປີ ຖະແຫຼງໄວ້ທຸກລະດັບຊາດໃນເຫດເຮືອບິນຕົກ - ảnh 1ສະຖານທີ່ເຮືອບິນຕົກ (ພາບ:  Reuters)

ບັດຈຸບັນ, ຊື່ຂອງບັນດາຜູ້ປະສົບເຄາະຮ້າຍພວມໄດ້ຮັບການພິສູດເອກະລັກບຸກຄົນ, ຜູ້ໂດຍສານແມ່ນມາຈາກ 35 ປະເທດ, ລວມມີແຂກທ່ອງທ່ຽວ, ນັກທຸລະກິດ ແລະ ພາລະກອນສະຫະປະຊາຊາດ. ເຄັນຢາ ແມ່ນປະເທດທີ່ມີພົນລະເມືອງເສຍຊີວິດຫລາຍສຸດ ໂດຍມີຈຳນວນເຖິງ 32 ຄົນ.

        ວັນທີ 10 ມີນາ, ຫ້ອງວ່າການລັດຖະບານ ເອທີໂອປີ ໄດ້ອອກແຈ້ງການຊີ້ແຈ້ງວ່າ: ເຮືອບິນລຳໜຶ່ງຂອງບໍລິສັດການບິນ Ethiopian Airlines ຖືກປະສົບເຄາະຮ້າຍເມື່ອບິນເຖິງ Nairobi. Ethiopian Airlines ແມ່ນບໍລິສັດການບິນຂຶ້ນກັບລັດ ແລະ ແມ່ນໜຶ່ງໃນບັນດາບໍລິສັດຂົນສົ່ງການບິນໃຫຍ່ສຸດ ອາຟຣິກາ.

ຕອບກັບ

ຂ່າວ/ບົດ​ອື່ນ