ເອ​ຢິ​ບ​, ຊູ​ດັງ ແລະ ເອ​ທິ​ໂອ​ເປຍ ຈັດ​ການ​ເຈ​ລະ​ຈາ​ໃໝ່​ກ່ຽວ​ກັບ​ເຂື່ອນ​ໄຟ​ຟ້າ Grand Ethiopian Renaissance

(VOVWORLD) -ວັນທີ 1 ພະຈິກ, ສື່ມວນຊົນເອຢິບ ໄດ້ລົງຂ່າວວ່າ: ປະເທດນີ້, ພ້ອມກັບຊູດັງ ແລະ ເອທິໂອເປຍ ໄດ້ເລີ່ມຕົ້ນຮອບເຈລະຈາຄັ້ງຫຼ້າສຸດ ເພື່ອແນໃສ່ແກ້ໄຂບັນດາຄວາມບໍ່ລົງລອຍກັນ ທີ່ກ່ຽວຂ້ອງເຖິງເຂື່ອນໄຟຟ້າ Grand Ethiopian Renaissance ເຊິ່ງ Addis Ababa ພວມກໍ່ສ້າງ. 
ເອ​ຢິ​ບ​, ຊູ​ດັງ ແລະ ເອ​ທິ​ໂອ​ເປຍ ຈັດ​ການ​ເຈ​ລະ​ຈາ​ໃໝ່​ກ່ຽວ​ກັບ​ເຂື່ອນ​ໄຟ​ຟ້າ Grand Ethiopian Renaissance  - ảnh 1ໂຄງການກໍ່ສ້າງເຂື່ອນໄຟຟ້າ Grand Ethiopian Renaissance (ພາບ: Middleeastmonitor)

ຮອບເຈລະຈາໃໝ່ນີ້ຈະແກ່ຍາວເປັນເວລາ 1 ອາທິດ ເຊິ່ງໄດ້ດຳເນີນຕາມຮູບການທາງອອນລາຍໂດຍມີການເຂົ້າຮ່ວມຂອງ ລັດຖະມົນຕີແຫຼ່ງນ້ຳ ເອຢິບ, ຊູດັງ ແລະ ເອທິໂອເປຍ ພ້ອມກັບຜູ້ຕາງໜ້າຂອງ ສະຫະພາບ ອາບຟຼິກກາ (AU), ສະຫະພາບ ເອີລົບ (EU) ແລະທະນາຄານໂລກ (WB).

ບັນດາການເຈລະຈາ ສາມຝ່າຍກ່ອນໜ້ານັ້ນແມ່ນ ບໍ່ສາມາດວາງອອກຂໍ້ຕົກລົງທີ່ກ່ຽວຂ້ອງເຖິງການນຳເຂົ້າເຄື່ອນໄຫວ ແລະ ການເກັບນ້ຳໃນອ່າງຂອງເຂື່ອນໄຟຟ້າ Grand Ethiopian Renaissance ໄດ້ກ່ອນດຳເນີນຮອບເຈລະຈາຄັ້ງຫຼ້າສຸດນີ້, ທ່ານ Markos Tekle ເອກອັກຄະລັດຖະທູດ ເອທິໂອເປຍ ປະຈຳ ເອຢິບໄດ້ປະກາດວ່າ Addis Ababa, Cairo ແລະ Khartoum ອາດສາມາດເຈລະຈາສຳເລັດໂດຍບໍ່ຕ້ອງການ ບໍ່ວ່າ ຜູ້ເປັນກາງໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ