ເອ​ຢິບ ແລະ ຈໍ​ແດນ ຮຽກ​ຮ້ອງ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ເຂດ Gaza ແລະ ກ່າວ​ເຕືອນ​ກ່ຽວ​ກັບ​ໄພ​ພິ​ບັດ​ໃນ​ພາກ​ພື້ນ

(VOVWORLD) - ທ່ານປະທານາທິບໍດີ ເອຢິບ, Abdel Fattah El-Sisi ແລະ ເຈົ້າຊີວິດ ຈໍແດນ Abdullah II ກໍ່ກ່າວປະນາມການບຸກໂຈມຕີ ເລັ່ງໃສ່ໂຮງໝໍ Al-Ahli ຢູ່ເຂດ Gaza ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຖືກບາດເຈັບນັບຮ້ອຍຄົນ, ຖືນັ້ນແມ່ນການກະທຳປິນຂັ້ນໄດທີ່ອັນຕະລາຍ. 
ເອ​ຢິບ ແລະ ຈໍ​ແດນ ຮຽກ​ຮ້ອງ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ເຂດ Gaza ແລະ ກ່າວ​ເຕືອນ​ກ່ຽວ​ກັບ​ໄພ​ພິ​ບັດ​ໃນ​ພາກ​ພື້ນ - ảnh 1 ທ່ານປະທານາທິບໍດີ ເອຢິບ, Abdel Fattah El-Sisi ແລະ ເຈົ້າຊີວິດ ຈໍແດນ Abdullah II

ວັນທີ 19 ຕຸລາ, ທ່ານປະທານາທິບໍດີ ເອຢິບ, Abdel Fattah El-Sisi ແລະ ເຈົ້າຊີວິດ ຈໍແດນ Abdullah II ໄດ້ເຂົ້າຮ່ວມການພົບປະເຈລະຈາຢູ່ນະຄອນຫຼວງ ກາຍໂຣ (ປະເທດ ເອຢິບ). ພາຍຫຼັງການພົບປະເຈລະຈາ, ການນຳສອງທ່ານໄດ້ຮຽກຮ້ອງໃຫ້ຢຸດຕິການປະທະກັນຢູ່ເຂດ Gaza ຢ່າງທັນທີ ແລະ ປະຕິເສດແຜນການຂອງ ອິດສະລາແອັນ ບັງຄັບປະຊາຊົນຢູ່ເຂດ Gaza ຕ້ອງອົບພະຍົບລີ້ໄປໄພຢູ່ບ່ອນອື່ນ.

ໃນຖະແຫຼງການຮ່ວມ, ການນຳສອງທ່ານກໍ່ໄດ້ກ່າວເຕືອນກ່ຽວກັບໄພພິບັດໃນພາກພື້ນ ຖ້າການປະທະກັນຢູ່ເຂດ Gaza ແຜ່ລາມໃນວົງກວ້າງ. ທ່ານປະທານາທິບໍດີ ເອຢິບ, Abdel Fattah El-Sisi ແລະ ເຈົ້າຊີວິດ ຈໍແດນ Abdullah II ກໍ່ກ່າວປະນາມການບຸກໂຈມຕີ ເລັ່ງໃສ່ໂຮງໝໍ Al-Ahli ຢູ່ເຂດ Gaza ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ຖືກບາດເຈັບນັບຮ້ອຍຄົນ, ຖືນັ້ນແມ່ນການກະທຳປິນຂັ້ນໄດທີ່ອັນຕະລາຍ. ການນຳສອງທ່ານກໍ່ໄດ້ຮຽກຮ້ອງການປົກປ້ອງສາມັນຊົນ ປາແລັດສະຕິນ, ຍົກເລີກການປິດລ້ອມ ແລະ ສະໜອງການໜູນຊ່ວຍດ້ານມະນຸດສະທຳໃຫ້ແກ່ປະຊາຊົນຢູ່ເຂດ Gaza. ການພົບປະລະຫວ່າງທ່ານປະທານາທິບໍດີ Abdel Fattah El-Sisi ແລະ ເຈົ້າຊີວິດ ຈໍແດນ Abdullah II ໄດ້ດຳເນີນກ່ອນ 2 ວັນ ທີ່ຈະຈັດກອງປະຊຸມສຸດຍອດສາກົນ ໂດຍເອຢິບ ເປັນເຈົ້າພາບຈັດຂຶ້ນໃນວັນທີ 21 ຕຸລາ ເພື່ອແນໃສ່ຊອກຫາວິທີການສະກັດກັ້ນການປະທະກັນທີ່ເຮັດໃຫ້ມີຜູ້ເສຍຊີວິດ ກ່ວາ 3.800 ຄົນ ແລະ ຜູ້ຖືກບາດເຈັບ ກ່ວາ 12.000 ຄົນ ຢູ່ເຂດ Gaza ແລະ ປະເທດ ອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ