ເອີຣົບ ສືບ​ຕໍ່​ແມ່ນ​ຈຸດ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ - 19 ເມື່ອກວມ​ເອົາ​ຫຼາຍກວ່າ 50% ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໃນ​ທົ່ວ​ໂລກ

(VOVWORLD) - ໄລ່ຮອດເວລາ 1 ໂມງ 30 ນາທີຂອງຕອນເຊົ້າວັນທີ 12 ກຸມພາ (ຕາມເວລາ UTC), ໂລກມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກວ່າ 408,65 ລ້ານຄົນ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງຕອນເຊົ້າວັນທີ 12 ກຸມພາ (ຕາມເວລາ UTC), ໂລກມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກວ່າ 408,65 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດເກືອບ 5,82 ລ້ານຄົນ. ໃນເວລາ 24 ຊົ່ວໂມງຜ່ານມາ, ໂລກມີຜູ້ຕິດເຊື້ອໃໝ່ກວ່າ 2,3 ລ້ານຄົນ, ໃນນັ້ນ ເຢຍລະມັນ ຫຼາຍກວ່າໝູ່, ຖັດຈາກນັ້ນແມ່ນ ລັດເຊຍ, ບຣາຊິນ, ອາເມລິກາ… ເອີຣົບ ສືບຕໍ່ເປັນຈຸດແຜ່ລະບາດຂອງພະຍາດໂຄວິດ - 19 ໃນໂລກ ເມື່ອກວມເອົາເຖິງກວ່າ 50% ຂອງຈຳນວນຜູ້ຕິດເຊື້ອໃໝ່ແຕ່ລະວັນໃນທົ່ວໂລກ. ເຖິງຢ່າງໃດກໍຕາມ, ເມືອທຽບໃສ່ອາທິດຜ່ານມາ ຈຳນວນຜູ້ຕິດເຊື້ອໃໝ່ຢູ່ທຸກພາກພື້ນໃນໂລກ ລ້ວນແຕ່ຫຼຸດລົງ, ໃນນັ້ນ ອາເມລິກາເໜືອ ຫຼຸດລົງເຖິງ 40%, ອາຟະລິກາ ຫຼຸດລົງ 30%, ອາເມລິກາ ໃຕ້ ຫຼຸດລົງ 24%, ທະວີບ ໂອເຊອານີ ຫຼຸດລົງ 13% ແລະ ອາຊີ ຫຼຸດລົງ 8%.

ຕອບກັບ

ຂ່າວ/ບົດ​ອື່ນ