ເອີ​ລົບ ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍ ເກຼກ​ ດັບ​ເພິງ​ໄຟ​ໄໝ້​ປ່າ

(VOVWORLD) - ເຫດໄຟໄໝ້ປ່າຢູ່ເຂດ Evros, ມໍ່ກັບນະຄອນທ່າກຳປັ່ນ Alexandroupoli ຂອງ ເກຼກ ໄດ້ທຳລາຍເນື້ອທີ່ປ່າທີ່ກ້ວາງຂວາງຢູ່ ເກຼກ ຊື່ງເຮັດໃຫ້ຢ່າງໜ້ອຍສຸດ 20 ຄົນເສຍຊີວິດ.
ເອີ​ລົບ ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍ ເກຼກ​ ດັບ​ເພິງ​ໄຟ​ໄໝ້​ປ່າ - ảnh 1(ພາບ: THX/TTXVN)

    ວັນທີ 2 ກັນຍາ, ລັດຖະບານ ຊູແອດ ໄດ້ສົ່ງເຮືອບິນເອລີກອບແຕ 3 ຄັນໄປຍັງ ເກຼກ ເພື່ອໜູນຊ່ວຍແກ້ໄຂບັນດາເຫດໄຟໄໝ້ປ່າ ແລະ ສົ່ງ 1 ຫົວໜ່ວຍໜູນຊ່ວຍມະນຸດສະທຳ ແລະ ບັນດານັກຊ່ຽວຊານດ້ານການແພດຂອງກອງທັບ ໄປຍັງ ເກຼກ.

  ໃນເວລາ 10 ມື້ຜ່ານມາ, ເຫດໄຟໄໝ້ປ່າຢູ່ເຂດ Evros, ມໍ່ກັບນະຄອນທ່າກຳປັ່ນ Alexandroupoli ຂອງ ເກຼກ ໄດ້ທຳລາຍເນື້ອທີ່ປ່າທີ່ກ້ວາງຂວາງຢູ່ ເກຼກ ຊື່ງເຮັດໃຫ້ຢ່າງໜ້ອຍສຸດ 20 ຄົນເສຍຊີວິດ, ໃນນັ້ນ ມີ 18 ຄົນເປັນຊາວອົບພະຍົບມໍ່ກັບເຂດຊາຍແດນຕິດກັບ ຕວກກີ.

  ທ່ານ Balazs Ujvari ໂຄສົກຄະນະກຳມະການ ເອີລົບ (EC)  ໃຫ້ຮູ້ວ່າ ນີ້ແມ່ນເຫດໄຟໄໝ້ປ່າໃຫ່ຍກ່ວາໝູ່ ນັບແຕ່ເມື່ອ ອີຢູ ໄດ້ຮັບຮູ້ຂໍ້ມູນເອກະສານກ່ຽວກັບເຫດໄຟໄໝ້ປ່າໃນລະບົບຂໍ້ມູນຂ່າວສານເມື່ອປີ 2000.

 ເຫດໄຟໄໝ້ປ່າຢູ່ ເກຼກ ໄດ້ທຳລາຍເນື້ອທີ່ກວ່າ 800 km2, ເຮັດໃຫ້ ອີຢູ ຕ້ອງລະດົມ ½ ກຳລັງດັບເພິງທາງອາກາດຂອງກຸ່ມນີ້ ລວມມີບັນດາກົມກອງມາຈາກ 6 ປະເທດ; ຜັນຂະຫຍາຍເຮືອບິນເອລີກອບແຕ, ເຮືອບິນ ແລະ ທະຫານດັບເພິງໜ້າດິນ 407 ຄົນ ເພື່ອປະເຊີນໜ້າກັບເຫດໄຟໄໝ້ຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ