ເອີລົບ ເພີ່ມທະວີການປ້ອງກັນຄວາມສະຫງົບພາຍຫຼັງເຫດກໍ່ການຮ້າຍຢູ່ ລັດເຊຍ

(VOVWORLD) - ຫຼາຍປະເທດຢູ່ ເອີລົບ ໄດ້ພ້ອມກັນເພີ່ມທະວີການປ້ອງກັນຄວາມສະຫງົບປອດໄພ, ຍົກລະດັບການເຕືອນຄວາມສ່ຽງເກີດການກໍ່ການຮ້າຍ ພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍຢູ່ ລັດເຊຍ
ເອີລົບ ເພີ່ມທະວີການປ້ອງກັນຄວາມສະຫງົບພາຍຫຼັງເຫດກໍ່ການຮ້າຍຢູ່ ລັດເຊຍ - ảnh 1ເຫດບຸກໂຈມຕີກໍ່ການຮ້າຍຢູ່ ລັດເຊຍ
(ພາບ: THX/TTXVN)

        ວັນທີ 25 ມີນາ, ຫຼາຍປະເທດຢູ່ ເອີລົບ ໄດ້ພ້ອມກັນເພີ່ມທະວີການປ້ອງກັນຄວາມສະຫງົບປອດໄພ, ຍົກລະດັບການເຕືອນຄວາມສ່ຽງເກີດການກໍ່ການຮ້າຍ ພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍຢູ່ ລັດເຊຍ ເພື່ອຮັບປະກັນຄວາມປອດໄພໃນສະພາບກະກຽມຕ້ອນຮັບວັນບຸນອິດສະເຕີໃນອາທິດຈະມາເຖິງ. ວັນທີ 25 ມີນາ, ກະຊວງພາຍໃນ ອີຕາລີ ໄດ້ຮຽກຮ້ອງໃຫ້ກຳລັງຕຳຫຼວດເພີ່ມທະວີການເຄື່ອນໄຫວຕິດຕາມກວດກາ, ໂດຍສະເພາະແມ່ນຢູ່ບັນດາສະຖານທີ່ເຕົ້າໂຮມຫຼາຍຄົນ, ຄື: ສະຖານີລົດໄຟ, ໂຮງຮຽນ, ໂບດ… ກຳລັງປ້ອງກັນຄວາມສະຫງົບ ອີຕາລີ ໄດ້ຮຽກຮ້ອງໃຫ້ສຸມໃສ່ການກຳນົດບັນດາຄວາມສ່ຽງຕໍ່ປະເທດນີ້ ແລະ ເປັນເຈົ້າການສ້າງບັນດາມາດຕະການສະກັດກັ້ນ.

        ໃນຂະນະນັ້ນ, ເຈົ້າໜ້າທີ່ ແອັດສະປາຍ ກໍ່ສືບຕໍ່ຮັກສາການແຈ້ງເຕືອນໄພນາບຂູ່ການກໍ່ການຮ້າຍຢູ່ລະດັບ 4 ໃນຈຳນວນ 5 ຂັ້ນ. ສ່ວນ ແບນຊິກ, ໄດ້ຮັກສາລະດັບໄພພາບຂູ່ການກໍ່ການຮ້າຍຢູ່ລະດັບ 3 ໃນຈຳນວນ 4 ຂັ້ນ, ໝາຍຄວາມວ່າ ມີຄວາມສ່ຽງເກີດການກໍ່ການຮ້າຍສູງ. ຢູ່ ເຢຍລະມັນ, ທ່ານ Nancy Faeser, ລັດຖະມົນຕີກະຊວງພາຍໃນໃຫ້ຮູ້ວ່າ, ປະຈຸບັນ, ກຸ່ມກໍ່ການຮ້າຍໄດ້ອອກມາກ່າວຮັບຜິດຊອບການກໍ່ເຫດກໍ່ການຮ້າຍຢູ່ ລັດເຊຍ ກໍ່ແມ່ນ “ໄພນາບຂູ່ອິດສະລາມ” ໃຫຍ່ທີ່ສຸດສຳລັບ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ