ເອີລົບຮັບຮອງເອົາບາງມາດຕະການໄລຍະສັ້ນເພື່ອແກ້ໄຂບັນຫາໜີ້ຂອງເກຼັກ

ເອີລົບຮັບຮອງເອົາບາງມາດຕະການໄລຍະສັ້ນເພື່ອແກ້ໄຂບັນຫາໜີ້ຂອງເກຼັກ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ວັນ​ທີ 05/12, ລັດ​ຖະ​ມົນ​ຕີ​ການ​ເງິນຂອງ 19 ປະ​ເທດ​ທີ່ນຳ​ໃຊ້​ສະ​ກູນ​ເງິນ​ລວມ​ຂອງ​ເອີ​ໂລ​ (Eurogroup) ໄດ້​ຈັດ​ກອງ​ປະ​ຊຸມຢ​ູ່ບ​ຣຸກ​ແຊນ ​ແລະ ເຫັນ​ດີ​ຮັບ​ຮອງ​ເອົາ​ບາງ​ມາດ​ຕະ​ການ​ມີ​ລັກ​ສະ​ນະ​ໄລ​ຍ​ະ​ສັ້ນ ແລະ ອາດ​ຈະ​ຖືກ​ປະ​ຕິ​ບັດ​ຢ່າງ​ໄວ ເພື່ອ​ແນ​​ໃສ່​ແກ້​ໄຂ​ບັນ​ຫາ​ໜີ້​ຂອງ​ເກ​ຼັກ, ​ໂດຍ​ອີງ​ຕາມ​ຂໍ້​ສະ​ເໜີ​ຂອງ​ກົນ​ໄກຮັກ​ສາ​​ສະ​ຖຽນ​ລະ​ພາບເອີ​ລົບ​ (EMS). ຄາດ​ວ່າ, ດ້ວຍ​ບັນ​ດາ​ມາດ​ຕະ​ການ​​ໄດ້​ຮັບການ​ຮັບ​ຮອງ​ເອົາ, ໜີ້​ຂອງ​ເກຼັກ ອາ​ດ​ຈະ​ຫຼຸດ​ລົງ​ເປັນ​ຫຼາຍ​ຕື້​ເອີ​ໂລ ແລະ ໄລ​ຍະ​ເວ​ລາ​ໃຊ້​ໜີ້​ຈະ​ໄດ້​ແກ່​ຍາວ​ຮອດ​ປີ 2060. ໂຄງ​ການ EMS ສະ​ເໜີບໍ່​ນຳ​ໃຊ້​ເລື່ອງ​ເພີ່ມ​​ອັດ​ຕາດອກ​ເບ້ຍ​ຂຶ້ນ 2% ນັບ​ແຕ່​ປ​ີ 2017 ຕາມ​ 2 ແຜນ​ການກ່ອນນີ້​ສຳ​ລັບ​ໜີ້​ສ່ວນ​ໜຶ່ງ.

        ປະ​ຈຸ​ບັນ, ໜີ້​ສາ​ທາ​ລະ​ນະ​ຂອງ​ເກຼັກ ພວມ​ຢູ່​​ໃນລະ​ດັບ 180% GDP ໂດຍ​ບໍ່​ຫົວ​ຊາ​ຕໍ່ 3 ໂຄງ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ຢ່າງ​ຕໍ່​ເນື່ອງ​ຂອງ​ສະ​ຫະ​ພາບ​ເອີ​ລົບ ແລະ ກອງ​ທຶນ​ເງິນ​ຕາ​ສາ​ກົນ ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ນັບ​ແຕ່​ປີ 2010.

ຂ່າວ/ບົດ​ອື່ນ