ເອີ​ລົບເກີດ​ການ​ແບ່ງ​ແຍກ​​ກ່ຽວ​ກັບ​ການ​ເປີດ​ປະ​ຕູ​ຊາຍ​ແດນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ຍັງ​ມີ​ໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -ພາຍຫຼັງການເຈລະຈາຄັ້ງຕ່າງໆທີ່ແກ່ຍາວໃນຫຼາຍມື້ຜ່ານມາ, ວັນທີ 26 ມິຖຸນາ, ບັນດານັກການທູດອີຢູ ຍັງບໍ່ທັນເປັນເອກະພາບກ່ຽວກັບມາດຖານ ເພື່ອເປີດປະຕູຊາຍແດນເອີລົບ ຄືນໃໝ່ ນັບແຕ່ວັນທີ 1 ກໍລະກົດຍ້ອນບາງປະເທດ ຍັງມີຄວາມວິຕົກກັງວົນຕໍ່ຄວາມຊັດເຈນກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດ ທີ່ບາງປະເທດອື່ນໆປະກາດ.
ເອີ​ລົບເກີດ​ການ​ແບ່ງ​ແຍກ​​ກ່ຽວ​ກັບ​ການ​ເປີດ​ປະ​ຕູ​ຊາຍ​ແດນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ຍັງ​ມີ​ໂລກ​ລະ​ບາດ​ໂຄວິດ-19 - ảnh 1

(ພາບ: AFP/TTXVN)

   ເຖິງແນວນັ້ນກໍ່ຕາມ, ເກັກ, ແອັດສະປາຍ, ຝະລັ່ງ ແລະ ບາງປະເທດເອີລົບອື່ນໆພັດຢາກປະຕູໃຫ້ແຂກທ່ອງທ່ຽວໃນສະພາບເສດຖະກິດພວມປະສົບກັບຄວາມຫຍຸ້ງຍາກ.

 ກ່ອນໜ້ານັ້ນ, ນັບແຕ່ກາງເດືອນມີນາ, ບັນດາການເຄື່ອນໄຫວໄປມາບໍ່ຈຳເປັນຢູ່ອີຢູ ກໍ່ຖືກເກືອດຫ້າມ ແຕ່ຍ້ອນສະພາບໂລກລະບາດໄດ້ຫລຸດລົງແລ້ວ, ບັນດາປະເທດອີຢູ ຈຶ່ງຄາດວ່ານັບແຕ່ວັນທີ 1 ກໍລະກົດ, ຈະຄ່ອຍຍົກເລີກບັນດາມາດຕະການຈຳກັດການໄປມາ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ