ເອົາໃຈໃສ່ເປັນພິເສດເຖິງການຄວບຄຸມໂລກພະຍາດໂດຍໄວຣັດZikaກໍ່ຂຶ້ນຢູ່ດ່ານຊາຍແດນ

ເອົາໃຈໃສ່ເປັນພິເສດເຖິງການຄວບຄຸມໂລກພະຍາດໂດຍໄວຣັດZikaກໍ່ຂຶ້ນຢູ່ດ່ານຊາຍແດນ - ảnh 1
(ພາບປະກອບ)

(vovworld) - ​​ ​ ວັນ​ທີ 23/02, ກົມການ​ແພດ​ສຳຮອງ (ກະຊວງ​ສາທາລະນະ​ສຸກ) ​ໃຫ້​ຮູ້​ວ່າ: ໂລກ​ພະຍາດ Zika ​ອາດ​ຈະ​ແມ່ນ​ລະບາດ​ເຂົ້າ ຫວຽດນາມ ມາ​ຮອດ​ວັນ​ທີ 18/02, ​ໄດ້​ມີ 44 ປະ​ເທດ ​ແລະ ​ເຂກ​​ແຄ້ວນ​ໄດ້ປະກາດບັນດາກໍລະນີ​ຖືກຕິດ​ໄວຣັດ Zika. ພິ​ເສດ, 2 ປະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງຂອງ ຫວຽດນາມ ​ແມ່ນ ​ໄທ ​ແລະ ຈີນ ​ໄດ້​ຮັບ​ຮູ້​ມີ​ກໍ​ລະ​ນີຕິ​ດ​ໄວຣັດ. ​ແຕ່ລະອາທິດ ຫວຽດນາມ ມີ​​ຜູ້​ໂດຍສານເກືອບ 400.000 ​ເທື່ອ​ຄົນ​ເຂົ້າ​ອອກ​ເມືອງ, ​ເພາະສະ​ນັ້ນ ຫວຽດນາມ ຍາມ​ໃດ​ກໍ່​ຕິດຕາມ​ຜູ້​ໂດຍສານ​​ຈາກ​ບັນດາ​ປະ​ເທດ ​ແລະ ພາກ​ພື້ນ​ທີ່​ພວມ​ມີ​ໂລກ​ພະຍາດ​​ໂດຍ​ໄວຣັດ Zika ກໍ່​ຂຶ້ນ​ຢ່າງ​ແໜ້ນ​ແຟ້ນ. ພ້ອມ​ທັງ ຈັດ​ຕັ້ງການ​ຕິດຕາມ​ກວດກາ, ຄວບ​ຄຸມ​ໂລກ​ພະຍາດ​ເປັນ​ປະຈຳ; ​ໂຄສະນາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວກ່ຽວ​ກັບ​ການ​ຄວບ​ຄຸມໄວ​ຣັດ Zika ສຳລັບ​ແຂກ​ທ່ອງ​ທ່ຽວ; ຮັກສາ​ໂທລະ​ສັບ​ສາຍ​ດ່ວນ ​ເພື່ອ​ຕິດ​ຕໍ່ ​ແລະ ​ໃຫ້​ຄຳປຶກສາ​ກ່ຽວ​ກັບ​ການ​ຄວບ​ຄຸມພະຍາດ…ກົມ​ການ​ແພດ​ສຳຮອງ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງສາທາລະນະ​ສຸກ​ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຕິດຕາມ​ຢູ່​ດ່ານ​ຊາຍແດນ, ພິ​ເສດ ​​ແມ່ນເອົາ​ໃຈ​ໃສ່​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ຝຶກ​ຊ້ອມ, ວິ​​ໄຈ ​ແລະ ປິ່ນ​ປົວ​ພະຍາດ.

ຂ່າວ/ບົດ​ອື່ນ