ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ຈີນ ເລິກ​ເຊິ່ງ​ກ່​ວາ​ອີກ

(VOVWORLD) - ສອງຝ່າຍໄດ້ເຫັນດີເປັນເອກະພາບຕັ້ງໜ້າຊຸກຍູ້ການເຊື່ອມຕໍ່ຍຸດທະສາດພັດທະນາລະຫວ່າງສອງປະເທດ, ຍູ້ໄວການຮ່ວມມືພ້ອມກັນສ້າງ “ແລວທາງ ແລະ ເສັ້ນທາງ” ທີ່ມີຄຸນນະພາບສູງ.
ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ຈີນ ເລິກ​ເຊິ່ງ​ກ່​ວາ​ອີກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ 

ຖະແຫຼງການຂ່າວຮ່ວມ ຫວຽດນາມ - ຈີນ ປະກາດໃນວັນທີ 29 ມິຖຸນາ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍ່ສິ້ນສຸດການຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີບັນດາການນຳໃໝ່ຄັ້ງທີ 14 ຂອງເວທີປາໄສເສດຖະກິດ ໂລກ (WEF) ຢູ່ທຽນຈີນ, ໃນລະຫວ່າງວັນທີ 25 – 28 ມິຖຸນາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບປະຕິບັດ “ຖະແຫຼງການຮ່ວມກ່ຽວກັບການສືບຕໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງກ່ວາອີກ” ໃຫ້ເປັນຢ່າງດີ, ຮັກສາການຮັດແໜ້ນການພົບປະຂັ້ນສູງ, ເພີ່ມທະວີການພົວພັນແລກປ່ຽນຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ແລະ ປະເທດ ຈີນ… ຫວຽດນາມ ຖືການພັດທະນາການພົວພັນກັບຈີນ ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າ, ຈີນ ຖື ຫວຽດນາມ ແມ່ນທິດທາງໃຫ້ບຸລິມະສິດດ້ານການທູດບ້ານໃກ້ເຮືອນຄຽງຂອງຈີນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຕັ້ງໜ້າຊຸກຍູ້ການເຊື່ອມຕໍ່ຍຸດທະສາດພັດທະນາລະຫວ່າງສອງປະເທດ, ຍູ້ໄວການຮ່ວມມືພ້ອມກັນສ້າງ “ແລວທາງ ແລະ ເສັ້ນທາງ” ທີ່ມີຄຸນນະພາບສູງ, ເພີ່ມທະວີການເຊື່ອມຕໍ່ເສັ້ນທາງບົກ, ທາງລົດໄຟເຂດຊາຍແດນ, ສ້າງລະບົບ logistic ໃນຫຼາຍຮູບແບບ, ມີປະສິດທິຜົນສູງ, ຮັບປະກັນການເປີດດ່ານຊາຍແດນຢ່າງລຸລ່ວງ… ຫວຽດນາມ ຈະສືບຕໍ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດີໃຫ້ແກ່ວິສາຫະກິດຈີນ ທີ່ເຂົ້າມາລົງທຶນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ