ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີນເລິກເຊິ່ງຍິ່ງໆຂຶ້ນ

(VOVWORLD) - ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຈີນ ແລະ ເຂົ້າຮ່ວມກອງປະຊຸມເວທີປາໄສຮ່ວມມືສາກົນ“ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”, ວັນທີ 10/5, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕອບສຳພາດຕໍ່ສື່ມວນຊົນ ຈີນ. ເມື່ອເຕື້ອງເຖິງແງ່ຫວັງການພົວພັນຮ່ວມມື ຫວຽດນາມ - ຈີນ, 

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີນເລິກເຊິ່ງຍິ່ງໆຂຶ້ນ - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ  ແລະ ທ່ານເລຂາທິການໃຫຍ່, ປະເທດປະເທດ ຈີນ ສີຈິ້ນຜິງ

(ພາບປະກອບ)

ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ການພົວພັນຮ່ວມມືລະຫວ່າງ 2 ພັກ, 2 ລັດຫວຽດນາມ ແລະ ຈີນ ມີພື້ນຖານອັນດີງາມ. ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ແມ່ນເໝາະສົມກັບຜົນປະໂຫຍດພື້ນຖານ, ຍາວນານຂອງ 2 ຊາດ ແລະ ປະຊາຊົນ 2 ປະເທດ, ມີຜົນປະໂຫຍດໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະພ້ອມກັບທ່ານເລຂາທິການໃຫຍ່, ປະເທດປະເທດ ຈີນ ສີຈິ້ນຜິງ ແລະ ບັນດາການນຳຂັ້ນສູງອື່ນໆຂອງພັກ, ລັດ ຈີນ ແລກປ່ຽນກ່ຽວກັບທິດທາງ ແລະ ບັນດາມາດຕະການເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຈີນ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ ແລະ ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ກ່ຽວກັບເວທີປາໄສຂັ້ນສູງການຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ”, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ ນີ້ແມ່ນໂອກາດເພື່ອໃຫ້ການນຳບັນດາປະເທດ, ບັນດາອົງການສາກົນພ້ອມກັນແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມື, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງ. ຫວຽດນາມ ສະໜັບສະໜູນ ບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມເພີ່ມທະວີການຮ່ວມສຳພັນເສດຖະກິດ, ເຊື່ອມຕໍ່ພາກພື້ນ ເພື່ອຜົນປະໂຫຍດລວມຂອງບັນດາປະເທດ, ຫວັງວ່າເວທີປາໄສຈະເປີດກາລະໂອກາດຮ່ວມມື, ເຊື່ອມຕໍ່ເສດຖະກິດລະຫວ່າງບັນດາປະເທດ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ