ເຮັດໃຫ້ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວໃຫ້ເລິກເຊິ່ງກ່ວາອີກ

ເຮັດໃຫ້ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວໃຫ້ເລິກເຊິ່ງກ່ວາອີກ - ảnh 1
ທ່ານ​ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາສູນ​ກາງຫວໍ​ວັນ​​ເຖື​ອງ
(ພາບອິນເຕີແນັດ)

(vovworld) – ​​ ​ ຕອນ​ບ່າຍ​ວັນ​ທີ 23/06 ທ່ານ​ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາສູນ​ກາງ ຫວຽດນາມ ຫວໍ​ວັນ​​ເຖື​ອງ ​​ໄດ້​ໃຫ້​ການ​ຕ້ອນຮັບ​ທ່ານ​ເອກອັກຄະ​ລັດຖະທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ທອງສະຫວັນ ພົມວິຫານ ​ເຂົ້າ​ຢ້ຽມຢາມ​ຂ່ຳນັບ​ເນື່ອງ​ໃນ​ໂອກາດ​ຮັບ​ໜ້າ​ທີ່​ ​ການ​ທູດ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ​ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາສູນ​ກາງ ຫວຽດນາມ ຫວໍ​ວັນ​​ເຖື​ອງ ປາດຖະໜາວ່າ ທ່ານ​ເອກອັກຄະ​ລັດຖະທູດ ທອງສະຫວັນ ພົມວິຫານ ຈະ​ສືບ​ຕໍ່​ເປັນ​ຂົວ​ເຊື່ອ​ມຕໍ່​ສຳຄັນ ຊ່ວຍ​ບັນດາ​ຄະນະ, ກະຊວງ, ຂະ​ແໜງການ, ທ້ອງ​ຖິ່ນ 2 ປະ​ເທດ​ເພີ່ມທະວີ​ການ​ແລກປ່ຽນ​ບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳຕົວ​ຈິງ; ຍູ້ແຮງ​ການ​ໂຄສະນາ ​ແລະ ສຶກສາອົບຮົມ​ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ; ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ວຽກ​ງານ​ໂຄສະນາ​ສຶກສາ, ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ​ຢ່າງ​ມີ​ໄຊ.

        ສ່ວນ​ທ່ານເອກອັກຄະ​ລັດຖະທູດ ທອງສະຫວັນ ພົມວິຫານ ຢືນຢັນ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດຂອງ​ຕົນ ​ເພື່ອນ​ຳການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ