ເຮັດ​ໃຫ້ການ​ເຄື່ອນ​ໄຫວພົວ​ພັນຮ່ວມ​ມື​ລະ​ຫວ່າງ​ສອງ​ແຂວງ ແທັງ​ຮວ໊າ ແລະ ຫົວ​ພັນ ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ

(VOVWORLD) -ແຂວງ ຫົວພັນ ຍາມໃດກໍຮ່ວມເດີນທາງພ້ອມກັບແຂວງ ແທັງຮວ໊າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພ້ອມກັນພັດທະນາເສດຖະກິດ - ສັງຄົມໃຫ້ນັບມື້ນັບຮຸ່ງເຮືອງສີວິໄລ; ພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງມີປະສິດທິຜົນ, ທັນການຂອງແຂວງ ແທັງຮວ໊າ ໃນຫຼາຍຂົງເຂດ, ພິເສດແມ່ນ ການໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນບົດຮຽນ, ປະສົບການ, ສ້າງພື້ນຖານໂຄງລ່າງທີ່ຈຳເປັນ.
ເຮັດ​ໃຫ້ການ​ເຄື່ອນ​ໄຫວພົວ​ພັນຮ່ວມ​ມື​ລະ​ຫວ່າງ​ສອງ​ແຂວງ ແທັງ​ຮວ໊າ ແລະ ຫົວ​ພັນ ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ - ảnh 1ລາຍການສະແດງສິລະປະໃນພິທີ (ພາບ: VOV)

ຕອນເຊົ້າວັນທີ 25 ສິງຫາ, ຢູ່ນະຄອນແທັງຮວ໊າ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ, ວັນເຊັນສັນຍາວ່າດ້ວຍການຮ່ວມມືມິດຕະພາບ ແທັງຮວ໊າ - ຫົວພັນ ຄົບຮອບ 55 ປີ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ໂດ໋ຈ້ອງຮຶງ, ເລຂາພັກແຂວງ ແທັງຮວ໊າ, ເນັ້ນໜັກວ່າ:

        “ພິທີສະເຫຼີມສະຫຼອງວັນ ສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ, ວັນເຊັນສັນຍາວ່າດ້ວຍການຮ່ວມມືມິດຕະພາບ ແທັງຮວ໋າ - ຫົວພັນ ຄົບຮອບ 55 ປີ ແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັນຫວນຄືນ, ເຄົາລົບຂະບວນວິວັດແຫ່ງການຕໍ່ສູ້ປະຕິວັດ, ມີຄວາມເອກອ້າງທະນົງໃຈກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບແບບຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ແລະ ສອງແຂວງ ແທັງຮວ໊າ - ຫົວພັນ. ນີ້ແມ່ນຊັບສົມບັດອັນລ້ຳຄ່າ, ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນລຸ້ນຕ່າງໆຂອງສອງແຂວງ ແທັງຮວ໊າ  - ຫົວພັນ ສືບຕໍ່ອະນຸລັກຮັກສາ, ສືບທອດ, ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງແຂວງໃຫ້ຫຼາຍກວ່າອີກ”.

        ເຂົ້າຮ່ວມພິທີ, ທ່ານ ວັນໄຊ ແພງສຸມມາ, ເລຂາພັກ, ເຈົ້າແຂວງໆ ຫົວພັນ ຢັ້ງຢືນວ່າ ແຂວງ ຫົວພັນ ຍາມໃດກໍຮ່ວມເດີນທາງພ້ອມກັບແຂວງ ແທັງຮວ໊າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພ້ອມກັນພັດທະນາເສດຖະກິດ - ສັງຄົມໃຫ້ນັບມື້ນັບຮຸ່ງເຮືອງສີວິໄລ; ພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງມີປະສິດທິຜົນ, ທັນການຂອງແຂວງ ແທັງຮວ໊າ ໃນຫຼາຍຂົງເຂດ, ພິເສດແມ່ນ ການໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນບົດຮຽນ, ປະສົບການ, ສ້າງພື້ນຖານໂຄງລ່າງທີ່ຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ