ເຮືອບິນMH17ຖືກລູກສອນໄຟຂອງຢູແກຼນຍິງຕົກ


ເຮືອບິນMH17ຖືກລູກສອນໄຟຂອງຢູແກຼນຍິງຕົກ - ảnh 1
ທ່ານ Yan Novikov, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສ​ັດ Almaz-Antey

(vovworld) – ວັນ​ທີ 2/6, ກຸ່ມ​ບໍລິສັດ Almaz – Antei, ​ເຊິ່ງ​ແມ່ນ​ບໍລິສັດ​ຜະລິດ​ລູກ​ສອນ​ໄຟ​ປ້ອງ​ກັນ​ອາກາດ Buk, ​ໄດ້​ຍົກ​ອອກ​ຂໍ້​ສະຫລຸບ​ວ່າ​ເຮືອບິນ​ໝາຍ​ເລກ MH17 ຂອງ​ບໍລິສັດ​ການບິນ Malaysia Airlines ຖືກ​ຍິງ​ຕົກ​ດ້ວຍ​ລູກ​ສອນ​ລຸ​​້ນ​ເກົ່າ Buk. ນີ້​ແມ່ນ​ລູກ​ສອນ​ໄຟ​ທີ່​ກອງທັບ ລັດ​ເຊຍ ບໍ່​ນຳ​ໃຊ້​ອີກແຕ່​ຍັງຄົງ​ຕົວ​ໃນ​ສາງ​ອາວຸດ​ຂອງ ຢູ​ແກຼນ. ທ່ານ Mikhail Malyshevsky, ທີ່​ປຶກ​ສາ​ຂອງ​ຜູ້ອຳນວຍການ​ໃຫຍ່ Almaz – Antei, ​ໃຫ້​ຮູ້​ວ່າ: ບັນດາ​ນັກ​ໄຈ້​ແຍກ​ຂອງ​ກຸ່ມ​ບໍລິສັດ​​ແຫ່ງ​ລັດ​ນີ້​ອີງ​ໃສ່​ບັນດາ​ຮູບ​ຖ່າຍຊາກ​ເຮືອບິນ MH17 ​ທີ່​ໄດ້​ປະກາດ. ຕາມ​ທ່ານ Malyshevsky ​ແລ້ວ, ບັນດາຮູໃນ​ຊາກ​​​ເຮືອບິນ​​ແມ່ນ​ແທດ​ເໝາະ​ກັບ​​ລູກ​ສອນ​ໄຟ Buk. ຜູ້​ຕາງໜ້າ​ຂອງ Almaz – Antei 2 ທ່ານ​ກໍ່​ໃຫ້​ຮູ້​ວ່າ: ຕາມການ​ໄຈ້​ແຍກ​ກ່ຽວ​ກັບ​ຜົນ​ສະທ້ອນ​ຈາກ​ການ​ທຳ​ສາຍ​ຂອງ​ລູກ​ສອນ​ໄຟ​ໃນ​ຊາກ​​ເຮືອບິນ​ຍັງຊ່ວຍ​​ໃຫ້​ບັນດາ​ນັກ​ຊ່ຽວຊານ​ກຳນົດ​ກ່ຽວ​ກັບ​ທີ່​ຕັ້ງ​ຍິງ​ລູກ​ສອນ​ໄພ.

ຂ່າວ/ບົດ​ອື່ນ