ເຮຶອບິນມາເລເຊຍຂົນສົ່ງຜູ້ໂດຍສານເກືອບ 300 ຄົນຕົກ

ເຮຶອບິນມາເລເຊຍຂົນສົ່ງຜູ້ໂດຍສານເກືອບ 300 ຄົນຕົກ - ảnh 1
ພາບ:Reuters


(vovworld)- ວັນ​ທີ 17/7, ​ເຮືອ​ບິນ​ໂດຍສານ​ຂອງ​ບໍລິສັດ​ການບິນ ມາ​ເລ​ເຊຍ ​ຂົນ​ສົ່ງ​ຜູ້​ໂດຍສານ 298 ຄົນ​ຖືກ​ຕົກ​ຢູ່​ໃກ້​ກັບ​ນະ​ຄອນ Donetsk, ພາກຕາ​ເວັນ​ອອກ ຢູ​ແກຼນ, ​ໃກ້​ກັບ​ຊາຍ​ແດນ​ກັບ​ລັດ​ເຊຍ. ​ເຮື​ອບິນ Boeing 777 ​ເລກໝາຍ MH17 ຂອງ​ບໍລິສັດ​ການບິນ Malaysia Airlines ພວມ​ເດີນທາງ​ຈາກ Amsterdam (ປ​ະ​ເທດ ​ໂຮ​ນລັງ) ກັບ​ເມືອ​ນະຄອນຫຼວງ Kuala Lumpur ຂອງ ມາ​ເລ​ເຊຍ. ຜູ້​ໂດ​ຍສານ 283 ຄົນ ​ແລະ ຈຸ​ບິນ 15 ຄົນ​ເສຍ​ຊີວິດ​ທັງ​ໝົດ. ແຈ້ງ​ຂ່າວ​ລ້າ​ສຸດ​ຂອງ​ຫ້ອງການ​ຜູ້ຕາງຫນ້າ​ Malaysia Airlines ປະຈຳ​ເອີ​ລົບ ​​ໃຫ້​ຮູ້​ວ່າ: ​ໃນ​ຈຳນວນ​ຜູ້​ໂດຍສານ​ຖືກ​ເສຍ​ຊີວິດ​ນັ້ນ, ມີ​ຊາວ ​ໂຮ​ນລັງ 154 ຄົນ, ອົດ​ສະ​ຕາ​ລີ 27 ຄົນ, ມາ​ເລ​ເຊຍ 28 ຄົນ, ອິນ​​ໂດ​ເນ​ເຊຍ 12 ຄົນ, ອັງກິດ 9 ຄົນ, ​ເຢຍລະ​ມັນ 4 ຄົນ, ​ແບນ​ຊີກ 4 ຄົນ, ຟິລິບ​ປີນ 3 ຄົນ, ກາ​ນາ​ດາ 1 ຄົນ ​ແລະ 41 ຄົນ​ບໍ​່ທັນ​ຮູ້​ໄດ້​ວ່າ​ແມ່ນ​ຖືສັນຊາດ​ໃດ.

    ​ເຈົ້າ​ໜ້າ​ທີ່ ຢູ​​ແກຼນ ​ໃຫ້​ຮູ້​ວ່າ: ​ເຮືອບິນ​ລຳ​ນີ້​ຖືກ​ຍິງ​ຕົກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຈຸດ​ເວລາ​ນີ້, ຍັງ​ບໍ່​ທັນ​ຮັບ​ຮູ້​ສາຍ​ເຫດ​ຂອງ​​ໂສກ​ນາດຕະ​ກຳ​ຢ່າງ​ຈະ​ແຈ້ງ. ທ່ານ​ປະທານາທິບໍດີ ຢູ​ແກຼນ Petro Poroshenko ​ໄດ້​ຮຽກ​ຮ້ອງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ແຫ່ງ​ລັດ​ເພື່ອ​ສືບສວນ​ກ່ຽວ​ກັບ​ຖ້ຽວ ​ບິນ MH17 ຂອງບໍລິສັດ​ການບິນ Malaysia Airlines. ຈາກ Kuala Lumpur, ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak ​ໃຫ້​ຮູ້​ວ່າ: ທ່ານຖືກຊັອກໜັກ ຕໍ່ໜ້າ​ໂສກ​ນາດຕະກຳ​ນີ້ ​ແລະ ຈັດ​ຕັ້ງ​ການ​ປະຊຸມ​ດ່ວນ, ​​ເພື່ອ​ແຈ້ງຂ່າວ​ກັບ​ຍາດ​ຕີ​ພີ່ນ້ອງ​ຜູ້​ໂດຍສານ ​ແລະ ຈຸ​ບິນ​ໃນ​ຖ້ຽວ​ບິນ​ດັ່ງກ່າວ.

    ການ​ນຳ​ບັນດາ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​​ເສົ້າສະຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງມາ​ ຍັງ​ຍາດຕິ​ພີ່ນ້ອງ​ຜູ້​ໂດຍສານ ​ແລະ ຈຸບິນ​ໃນ​ຖ້ຽວ​ບິນ​ນີ້ ​ແລະ ຮຽກ​ຮ້ອງ​ດຳ​ເນີນ​ການ​ສືບສວນ​ຢ່າງ​ພາວະ​ວິ​ໄສ ​ແລະ ຊື່​ຕົງ​ກ່ຽວ​ກັບສາຍ​ເຫດ​ພາ​ໄປ​ເຖິງ​ໂສກ​ນາດຕະ​ກຳ​ດັ່ງກ່າວ. ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki – moon ຮຽກຮ້ອງ​ໃຫ້​ດຳ​ເນີນ​ການ​ສືບ​ສວນ​ສາກົນ​ຮອບດ້ານ​ ​ແລະ ກະຈ່າງ​ແຈ້ງ​ກ່ຽວ​ກັບ​ເຫ​ດການ​ດັ່ງກ່າວ. ສະພາ​ຄວາ​ມໝັ້ນຄົງ ສປຊ ກໍ່​ຈັດ​ກອງ​ປະຊຸມ​ດ່ວນ​ໃນ​ມື້ນີ້.

​ເມື່ອ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ກໍລະ​ນີ​ເຮືອບິນ MH 17 ຂອງ​ມາ​ເລ​ເຊຍ ຕົກ, ວັນ​ທີ 18/7/2014, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່າ​ນຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ມາ​ຍັງ​ກະສັດ​ມາ​ເລ​ເຊຍ, ນາຍົກລັດຖະມົນຕີ ມາ​ເລ​ເຊຍ ​ແລະ ທ່ານ​ລັດຖະມົນຕີມາ​ເລ​ເຊຍ. ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ສ່ົງ​ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ມາ​ຍັງ​ນາ​ຍົກ​ລັດຖະມົນຕີ ​ໂຮ​ນລັງ Mark Rutte.

ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ກໍລະນີ​ເຮືອບິນ MH 17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ ຖືກ​ຕົກ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບີ​ງ ຊີ້​ແຈ້ງວ່າ: “ຫວຽດນາມ​ຮູ​້ສຶກ​ເສົ້າ​ສະຫລົດ​ໃຈ​ທີ່​ສຸດ ​ເມື່ອ​ໄດ້​ຮັບ​ຂ່າວ​ເຮຶອບິນ MH 17 ຂອງ​ມາ​ເລ​ເຊຍ​ຖືກ​ຕົກ​ເຮັດ​ໃຫ້​ຫລາຍ​ຄົນ​ເສຍ​ຊີວິດ. ພວກ​ຂ້າພະ​ເຈົ້າ​ ​ສະ​ແດງຄວາມເສົ້າ​ສະຫລົດ​ໃຈ​ມາລັດຖະບານ​, ປະຊາຊົນບັນດາ​ປະ​ເທດ ​ແລະ ຄອບຄົວ​ຜູ້​ຖືກ​ປະສົບ​ເຄາະ​ຮ້າຍ.”

ຂ່າວ/ບົດ​ອື່ນ