ແກ້ໄຂທັນການ, ສົມເຫດສົມຜົນບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ

(VOVWORLD) - ສິ້ນສຸດກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14, ວັນທີ 29 ພະຈິກ, 
ແກ້ໄຂທັນການ, ສົມເຫດສົມຜົນບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ - ảnh 1 ການພົບປະກັບຜູ້ມີສິດເລືອກຕັ້ງ (ພາບ: QĐND)

ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຕາແສງ ແທງເຮືອງ, ເມືອງ ແທງລຽມ, ແຂວງ ຮ່ານາມ. ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຍາແບ່. ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງກໍ່ໄດ້ດຳເນີນຢູ່ບັນດາແຂວງ ຕວຽນກວາງ, ຟູ໋ອຽນ, ເບ໋ນແຈ.

        ທີ່ບັນດາການພົບປະ, ຜູ້ມີສິດເລືອກຕັ້ງຕີລາຄາສູງໝາກຜົນຂອງກອງປະຊຸມສະໄໝສາມັນ, ພິເສດແມ່ນບັນດາລັດຖະນະໂຍບາຍທີ່ຖືກຕ້ອງ, ທັນການຂອງສະພາແຫ່ງຊາດ, ປະກອບສ່ວນຮັບປະກັນສະພາບການຂອງປະເທດ ຍາມໃດກໍ່ເປັນປົກກະຕິ, ເສດຖະກິດ - ສັງຄົມພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ ແລະ ຍົກສູງ. ພ້ອມກັນນັ້ນ, ບັນດາຜູ້ມີສິດເລືອກຕັ້ງກໍ່ຕີລາຄາສູງວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງໃນໄລຍະມໍ່ໆມານີ້ຂອງພັກ ແລະ ລັດ; ສະເໜີ ສະພາແຫ່ງຊາດມີມາດຕະການແຮງກ່ວາ ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມຂອງປະຊາຊົນສຳລັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ຜູ້ມີສິດເລືອກຕັ້ງຫວັງວ່າ ພັກ, ລັດ, ອຳນາດການປົກຄອງທ້ອງຖິ່ນສືບຕໍ່ຊີ້ນຳນຳພາ ແກ້ໄຂບັນຫາກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາສິ່ງແວດລ້ອມ, ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງເປັນຢ່າງດີ.

        ຮັບຮູ້ ແລະ ຕີລາຄາສູງບັນດາຄຳຄິດຄຳເຫັນຢ່າງສຸດຈິດສຸດໃຈຂອງຜູ້ມີສິດເລືອກຕັ້ງ, ບັນດາສະມາຊິກສະພາແຫ່ງຊາດຢືນຢັນວ່າ: ຈະສັງລວມບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ເພື່ອສົ່ງໃຫ້ຕໍ່ສະພາແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງພິຈາລະນາ, ແກ້ໄຂໃຫ້ທັນການ, ສົມເຫດສົມຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ