ແກ້​ໄຂ​ບັນ​ດາ​ສິ່ງ​ທ້​າ​ທາຍ​ຄວາມ​ໝັ້ນ​ຄົງ​ທີ່​ສັບ​ສົນ​ຜ່ານ​ການ​ເພີ່ມ​ທະ​ວີ​ຄວາມ​ສາມ​ັກ​ຄີ​ສາ​ກົນ

(VOVWORLD) -SDD – 11 ມີ 3 ວາລະປະຊຸມຄົບຄະນະ ທີ່ປຶກສາຫາລືກ່ຽວກັບການຮ່ວມມືຊຸກຍູ້ການປອດນິວເຄຼຍຢູ່ແຫຼມເກົາຫຼີ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ ແລະ ບົດບາດຂອງກອງທັບໃນສົງຄາມປະສົມ.
ແກ້​ໄຂ​ບັນ​ດາ​ສິ່ງ​ທ້​າ​ທາຍ​ຄວາມ​ໝັ້ນ​ຄົງ​ທີ່​ສັບ​ສົນ​ຜ່ານ​ການ​ເພີ່ມ​ທະ​ວີ​ຄວາມ​ສາມ​ັກ​ຄີ​ສາ​ກົນ - ảnh 1ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ  (ພາບ: qdnd)

ການກອງປະຊຸມເຈລະຈາປ້ອງກັນຊາດ ເຊີອູນ ຄັ້ງທີ 11 (SDD-11) ດ້ວຍຫົວຂໍ້ “ແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ສັບສົນຜ່ານການເພີ່ມທະວີຄວາມສາມັກຄີສາກົນ” ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 7 ກັນຍາ, ຢູ່ນະຄອນຫຼວງ ເຊີອູນ, ປະເທດ ສ.ເກົາຫຼີ. ກອງປະຊຸມເຈລະຈາໄດ້ດຳເນີນໃນລະຫວ່າງວັນທີ 7 – 8 ກັນຍາ, ດ້ວຍການເຂົ້າຮ່ວມຂອງ ເຈົ້າໜ້າທີ່ ປ້ອງກັນປະເທດ ທີ່ມາຈາກ 54 ປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດານັກຊ່ຽວຊານດ້ານຄວາມໝັ້ນຄົງ ຂອງ ສ.ເກົາຫຼີ ແລະ ສາກົນ. ກອງປະຊຸມເຈລະຈາ ປີ 2022 ໄດ້ດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກົນໄກ SDD ແລະ ເປັນຄັ້ງທຳອິດທີ່ຈັດຕັ້ງໂດຍກົງ ພາຍຫຼັງ 3 ປີເກີດພະຍາດໂຄວິດ - 19.

SDD – 11 ມີ 3 ວາລະປະຊຸມຄົບຄະນະ ທີ່ປຶກສາຫາລືກ່ຽວກັບການຮ່ວມມືຊຸກຍູ້ການປອດນິວເຄຼຍຢູ່ແຫຼມເກົາຫຼີ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ ແລະ ບົດບາດຂອງກອງທັບໃນສົງຄາມປະສົມ.

        ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະເຂົ້າຮ່ວມ SDD 2022 ແລະ ເຂົ້າຮ່ວມການປຶກສາຫາລື ກ່ຽວກັບສອງຫົວຂໍ້: “ຮ່ວມມືສາກົນ ແລະ ວິທີການສຳພັດກັບການຫຼຸດຜ່ອນນິວເຄຼຍຢ່າງສິ້ນເຊິ່ງຢູ່ ສປປ.ເກົາຫຼີ” ແລະ “ຊອກຫາການຮ່ວມມືເພື່ອແນໃສ່ສ້າງຄືນຄວາມໄວ້ເນື້ອເຊື່ອໃຈຢູ່ພາກພື້ນ ອິນເດຍ - ປາຊີຟິກ”.

        ກອງປະຊຸມເຈລະຈາປ້ອງກັນຊາດ ເຊີອູນ ໂດຍກະຊວງປ້ອງກັນປະເທດ ສ.ເກົາຫຼີ ເປັນເຈົ້າພາບຈັດຕັ້ງ ໄດ້ຈັດຂຶ້ນປະຈຳປີ ນັບແຕ່ປີ 2012 ເພື່ອແນໃສ່ສ້າງຊ່ອງທາງກອງປະຊຸມເຈລະຈາຫຼາຍຝ່າຍ ເພື່ອແລກປ່ຽນບັນດາບັນຫາຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍເຂົ້າຮ່ວມ, ຊຸກຍູ້ການໂອ້ລົມສົນທະນາ ແລະ ການຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ