ແກ້ໄຂຜົນຮ້າຍຍ້ອນຫຼວງຈາກພະຍຸ Rammusun

ແກ້ໄຂຜົນຮ້າຍຍ້ອນຫຼວງຈາກພະຍຸ Rammusun - ảnh 1
(ທ້ອງ​ຖິ່ນ​ຕ່າງໆທາງ​ພາກ​ເໜືອພວມ​ຕັ້ງໜ້າ​
ແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງຈາກ​ພະຍຸ Rammusun)


(vovworld) –  ຢູ່​ທ້ອງ​ຖິ່ນ​ຕ່າງໆທາງ​ພາກ​ເໜືອ ພວມ​ຕັ້ງໜ້າ​ແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫຼັງຈາກ​ພະຍຸ Rammusun, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ເພື່ອຮັບ​ມື​ກັບ​ສະພາບນ້ຳ​ຖ້ວມ, ດິນ​​ເຊາະ​ເຈື່​ອນພາຍຫຼັງ​ພະຍຸ Rammusun, ບັນດາ​ແຂ​ສງທາງ​ພາກ​ເໜືອ ຕ້ອງ​ຍົກ​ຍ້າຍ​ 5.500 ຄອບ​ຄົວ ​ໃນ​ເຂດ​ອັນຕະລາຍ​​​ໄປ​ຍັງເຂດ​ປອດ​ໄພ. ຕາມ​ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ​ ​ແລ້ວ, ລະບົບ​ຕາ​ໜ່າງ​ໄຟຟ​້າຢູ່​ບັນດາ​ແຂວງ​ຖືກ​ພະຍຸ​ໄດ້​ຮັບ​ການ​ຟື້ນ​ຟູ​ໂດຍ​ພື້ນຖານ ​ແລະ ​ເຄື່ອນ​ໄຫວ​ເປັນ​ປົກກະຕິ​ແລ້ວ. ສະ​ເພາະ​ແຂວງ ບັກ​ຢາງ, ລ້າງ​ເຊີນ ພວມ​ປະຕິບັດ​ການ​ກວດກາ ​ແລະ ​ແກ້​ໄຂສະພາບ​ການໃນ​ໄລຍະ​ໄວທີ່​ສຸດ.

        ທີ່​ກອງ​ປະຊຸມ​​ໃນ​ຕອນ​ເຊົ້າ​ວັນ​ທີ 21/07, ຢູ່​ຮ່າ​ໂນ້ຍ, ຫ້ອງການ​ຄະນະ​ຊີ້​ນຳ​ການ​ປ້​ອງກັນ, ຕ້ານ​ພະຍຸນຳ​ຖ້ວມ​ສູນ​ກາງ​ໃຫ້​ຮູ້​ວ່າ, ມີ 11 ຄົນ​ເສຍ​ຊີວິດ​ໃນ​ພະຍຸ Rammusun, ​ໃນ​ນັ້ນ​ແຂວງ​ລ້າງ​ເຊີນ ​ແມ່ນ​ທ້ອງ​ຖິ່ນ​ຖືກ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ ມີ 5 ຄົນ​ຖືກນ້ຳ​ແກ່ງ​ຊຸ​ໄປ. ປະຈຸ​ບັນ, ຍັງ​ບໍ່​ທັນ​ສະຖິຕິ​ຄວາມ​ເສຍ​ຫາຍ​​ທາງ​ດ້ານ​ເສດຖະກິດ​ໂດຍ​ພະຍຸ​ກໍ​ຂຶ້ນ​ໄດ້​ເທື່ອ.

ຂ່າວ/ບົດ​ອື່ນ