ແຂກທ່ອງທ່ຽວ ລາວ ມາຢ້ຽມຢາມ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

(VOVWORLD) - ຈຳນວນແຂກທ່ອງທ່ຽວ ລາວ ມາ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຮງໃນໄລຍະ 6 ເດືອນຕົ້ນປີ 2023, ດ້ວຍລະດັບເຕີບໂຕຂຶ້ນເຖິງ 117%
ແຂກທ່ອງທ່ຽວ ລາວ ມາຢ້ຽມຢາມ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ - ảnh 1(ພາບປະກອບ: TTXVN)

        ວັນທີ 07 ກໍລະກົດ, ສື່ມວນຊົນລາວ ໄດ້ໃຫ້ຂ່າວວ່າ ຈຳນວນແຂກທ່ອງທ່ຽວ ລາວ ມາ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຮງໃນໄລຍະ 6 ເດືອນຕົ້ນປີ 2023, ດ້ວຍລະດັບເຕີບໂຕຂຶ້ນເຖິງ 117%, ຢືນອັນດັບທີ 3 ກ່ຽວກັບລະດັບເພີ່ມຂຶ້ນໃນຈຳນວນປະເທດມີແຂກທ່ອງທ່ຽວຫຼາຍຄົນມາຢ້ຽມຢາມ ຫວຽດນາມ, ຖັດຈາກ ກຳປູເຈຍ ແລະ ອິນເດຍ. ບັນດາສະຖານທີ່ເຊິ່ງແຂກທ່ອງທ່ຽວຊາວຕ່າງປະເທດມາຢ້ຽມຢາມຫຼາຍສຸດຢູ່ ຫວຽດນາມ ໃນໄລຍະ 6 ເດືອນຜ່ານມາ, ລວມມີ: ດ່ານັ້ງ, ໂຮ້ຍອານ, ດ່າລາດ, ຍາຈາງ, ວູງເຕົາ ແລະ ຝູກວກ. ເລືຶ່ອງແຂກທ່ອງທ່ຽວສາກົນມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງນັ້ນ ແມ່ນສັນຍານຊີ້ໃຫ້ເຫັນວ່າ ຂະແໜງທ່ອງທ່ຽວ ຫວຽດນາມ ພວມຟື້ນຟູພາຍຫຼັງໂລກລະບາດ.

        ສ່ວນໃນ 4 ເດືອນຕົ້ນປີ 2023, ປະເທດ ລາວ ໄດ້ຕ້ອນຮັບແຂກທ່ອງທ່ຽວຊາວຕ່າງປະເທດກວ່າ 1 ລ້ານເທື່ອຄົນ, ເຊິ່ງເປັນລະດັບທີ່ໜ້າປະທັບໃຈເມື່ອທຽບໃສ່ 1,3 ລ້ານຄົນຂອງທັງປີ 2022, ໃນນັ້ນ, ແຂກທ່ອງທ່ຽວມາຈາກ ຫວຽດນາມ ຢືນອັນດັບທີ 2 ຖັກຈາກ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ