ແຂກທ່ອງທ່ຽວສາກົນມາທ່ຽວພາກກາງໃນຊຸມວັນບຸນເຕັດເປັນຈໍານວນຫຼວງຫຼາຍ

(VOVWORLD) -ໃນວັນທໍາອິດຂອງປີໃໝ່ນີ້ ໄດ້ມີແຂກທ່ອງທ່ຽວນັບພັນຄົນມາຢ້ຽມຊົມ ແລະ ຕ້ອນຮັບປີໃໝ່ປະຈໍາຊາດຫວຽດນາມ ດ້ວຍຄວາມເບີກບານມ່ວນຊືນ ຢູ່ພະລາດຊະວັງເຫວ້.

ໃນວັນທໍາອິດຂອງປີໃໝ່ ປີກຸນ 2019, ຄະນະແຂກທ່ອງທ່ຽວທໍາອິດທີ່່ຂີ່ກໍ່າປັ່ນ Silversea ລວມມີ 168 ຄົນ ຂອງບໍລິສັດທ່ອງທ່ຽວ ເຕິນຮົ່ງ ໄດ້ມາຢ້ຽມຊົມປີໃໝ່ ພະລາດຊະວັງເຫວ້. ທ່ານ ຟານງອັກເທາະ ປະທານຄະນະກໍາມະການປະຊາຊົນແຂວງ ເທື່ອທຽນເຫວ້ ປາດຖະໜາວ່າ ແຂກທ່ອງທ່ຽວເຫຼ່ົານັ້ນ ຈະແມ່ນ ທູດການທ່ອງທ່ຽວ ປະກອບສ່ວນໂຄສະນາພາບພົດຂອງເຫວ້ ເຖິງເພື່ອນມິດສາກົນ.

ແຂກທ່ອງທ່ຽວສາກົນມາທ່ຽວພາກກາງໃນຊຸມວັນບຸນເຕັດເປັນຈໍານວນຫຼວງຫຼາຍ - ảnh 1 ແຂກທ່ອງທ່ຽວມາທ່ຽວຊົມຢູ່ເຫວ້ ເປັນຈໍານວນຫຼວງຫຼາຍ (ພາບ:Toquoc.vn)

        ໃນໂອກາດປີໃໝ່ປີກຸນນີ້, ບັນດາເຂດປູຊະນີຍະສະຖານ ຂຶ້ນກັບເຂດມໍລະດົກເຫວ້ ຈະເປີດປະຕູໂດຍບໍ່ເກັບຄ່່າ ເພື່ອຕ້ອນຮັບຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວຫວຽດນາມ ແຕ່ວັນທີ 5 ກຸມພາ (ກົງກັບວັນທີ 01 ບຸນເຕັດ) ຮອດວັນທີ 7 ກຸມພາ (ວັນທີ 3 ບຸນເຕັດ). ໃນວັນທໍາອິດຂອງປີໃໝ່ນີ້ ໄດ້ມີແຂກທ່ອງທ່ຽວນັບພັນຄົນ ມາຢ້ຽມຊົມ ແລະ ຕ້ອນຮັບປີໃໝ່ປະຈໍາຊາດຫວຽດນາມ ດ້ວຍຄວາມເບີກບານມ່ວນຊືນ ຢູ່ພະລາດຊະວັງເຫວ້. ທ່ານ ຟານແທັງຫາຍ, ຜູ້ອໍານວຍການສູນອະນຸລັກຮັກສາເຂດປູຊະນີຍະສະຖານກຸ່ງເກົ່າເຫວ້ ໃຫ້ຮູ້ວ່າ:

        “ບັນດາການລະຫຼີ້ນພື້ນເມືອງ, ການລະຫຼີ້ນຢູ່ໃນພະລາດຊະວັງ, ບັນດາລາຍການສະແດງສິລະປະນັ້ນ ພວກຂ້າພະເຈົ້າຈະຈັດຕັ້ງໃນທຸກໆວັນຂອງບຸນເຕັດ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າຈະສືບຕໍ່ດໍາເນີນບັນດາການເຄື່ອນໄຫວອື່ນໆ ເພື່ອຮັບບໃຊ້ແຂກທ່ອງທ່ຽວ. ພວກຂ້າພະເຈົ້າຈະສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ແຂກທ່ອງທ່ຽວ ມາທ່ຽວຊົມຢູ່ເຫວ້ ໄດ້ຊອກຮູ້ຈຸດວັດທະນະທໍາທີ່ເປັນເອກະລັກ, ໄດ້ຊົມໃຊ້ການບໍລິການໃໝ່ ແລະ ດີທີ່ສຸດ ດ້ວຍຄວາມຫວັງນັ້ນ ແຂກທ່ອງທ່ຽວຈະມາທ່ຽວຢູ່ເຫວ້ຫຼາຍກວ່າ ແລະ ມີຄວາມປະທັບໃຈທີ່ດີກວ່າ”.

        ແລະກໍໃນວັນທີ 5 ກຸມພາ, ພະແນກທ່ອງທ່ຽວນະຄອນ ດ່າໜັງ  ກໍໄດ້ສົມທົບກັບ ທ່າອາກາດສະຍານສາກົນ ດ່າໜັງ ແລະ ບໍລິສັດການບິນ Vietjet ຈັັດຕັ້ງພິທີຕ້ອນຮັບຖ້ຽວບິນທໍາອິດ ທີ່ລົງຈອດຢູ່ດ່າໜັງ ເນື່ອງໃນໂອກາດປີໃໝ່ປີກຸນ 2019. ແຂກທ່ອງທ່ຽວຈໍານວນ 180 ຄົນ ຂີ່ຍົນຈາກ ເຊີອູນ ໄດ້ມາຮອດດ່າໜັງ ແລະ ໄດ້ຮັບການຕ້ອນຮັບດ້ວຍການສະແດງເຊີດສິງໂຕ, ມອບຊໍ່່ດອກໄມ້ ແລະ ຮັບຂອງຂວັນເນື່ອງໃນໂອກາດປີໃໝ່ປີກຸນຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ