ແຂກທ່ອງທ່ຽວເກືອບ 12 ລ້ານເທື່ອຄົນມາຢ້ຽມຢາມ ຮ່າໂນ້ຍ ໃນປີນີ້

(VOVWORLD) - ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸ 35.262 ຕື້ດົ່ງ, ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 
 
ແຂກທ່ອງທ່ຽວເກືອບ 12 ລ້ານເທື່ອຄົນມາຢ້ຽມຢາມ ຮ່າໂນ້ຍ ໃນປີນີ້ - ảnh 1

ຕາມພະແນກທ່ອງທ່ຽວ ຮ່າໂນ້ຍ ແລ້ວ, ແຕ່ຕົ້ນປີ ມາຮອດປະຈຸບັນ, ນະຄອນຫຼວງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 12 ລ້ານເທື່ອຄົນ, ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນແຂກທ່ອງທ່ຽວສາກົນບັນລຸກ່ວາ 2,3 ລ້ານເທື່ອຄົນ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸ 35.262 ຕື້ດົ່ງ, ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດັ່ງນັ້ນ, ຂະແໜງທ່ອງທ່ຽວ ຫວຽດນາມ ສືບຕໍ່ຢືນຢັນບົດບາດແມ່ນຂະແໜງເສດຖະກິດໃຫຍ່, ຂອບຂະໜາດການເຄື່ອນໄຫວນັບມື້ນັບໄດ້ຮັບການເປີດກ້ວາງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຫັນປ່ຽນໂຄງປະກອບເສດຖະກິດນະຄອນ. ວຽກງານວາງແຜນຜັງ ແລະ ການລົງທຶນພັດທະນາຜະລິດຕະພັນທ່ອງທ່ຽວໄດ້ສຸມໃສ່, ເຄື່ອນໄຫວໂຄສະນາເຜີຍແຜ່, ສົ່ງເສີມການທ່ອງທ່ຽວພວມໄດ້ຮັບການເປີດກ້ວາງ. ພື້ນຖານດ້ານວັດຖຸ, ເຕັກນິກຂອງຂະແໜງທ່ອງທ່ຽວ ຮ່າໂນ້ຍ ໄດ້ເພີ່ມເຕີມ, ຜະລິດຕະພັນການທ່ອງທ່ຽວໄດ້ເອົາໃຈໃສ່ກ່ຽວກັບຄຸນນະພາບ ແລະ ປະລິມານ, ຫັນບັນດາຮູບແບບການລົງທຶນເປັນວຽກງານຂອງສັງຄົມ, ມີຫລາຍຮູບຫຼາຍແບບ, ດຶງດູດແຫຼ່ງທຶນເພື່ອພັດທະນາການທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ