ແຂກ​ສາ​ກົນ​ນັບ​ພັນ​ຄົນ​ໄດ້​ເຂົ້າ​ມາ​ຢ້ຽມ​ຢາມ ​ອ່າວ​ຮ້າ​ລອງ ​ໃນ​ຕົ້ນ​ປິ​ໃໝ່

(VOVWORLD) - ຄາດວ່າ, ໃນວັນທີ 1 ຂອງບຸນເຕັດ, ຈະມີແຂກປະມານກ່ວາ 4000 ເມື່ອຄົນຂຶ້ນກຳປັ່ນ ໄປຢ້ຽມຊົມ ອ່າວ ຮ້າລອງ.

 


ແຂກ​ສາ​ກົນ​ນັບ​ພັນ​ຄົນ​ໄດ້​ເຂົ້າ​ມາ​ຢ້ຽມ​ຢາມ ​ອ່າວ​ຮ້າ​ລອງ ​ໃນ​ຕົ້ນ​ປິ​ໃໝ່ - ảnh 1

(ພາບ: VOV)

   ຕອນເຊົ້າວັນທີ 10 ກຸມພາ, ກົງກັບວັນທີ 1 ຂອງບຸນເຕັດ, ອ່າວຮ້າລອງ ແຂວງກວາງນິງ ໄດ້ຕ້ອນຮັບບັນດາຄະນະທຳອິດມາຢ້ຽມຢາມ, ຂຶ້ນກຳປັ່ນໄປທ່ຽວອ່າວທີ່ເປັນມໍລະດົກ

  ຄະນະແຂກທຳອິດຂອງປີໃໝ່ ປີມະໂລງທີ່ມີ 298 ຄົນໄດ້ມາຮອດທ່າກຳປັ່ນແຂກສາກົນ ຮ້າລອງ ໃນບັນຍາດຟືດຟື້ນຂອງການຟ້ອນສິງໂຕ ແລະ ເຕັ່ມໄປດ້ວຍສີແດງຂອງດອກຄາຍ. ທ່ານ ກາວເຕືອງຮຸຍ ປະທານຄະນະກຳມະການ ປຊຊ ແຂວງ ກວາງນິງ ໄດ້ມີໜ້ານັບແຕ່ເຊົ້າ ເພື່ອຕ້ອຍຮັບແຂກຜູ້ທຳອິດ, ມອບດອກໄມ້ ແລະ ອັ່ງເປົາເງິນໂຊກດີ ຕາມຮີດຄອງປະເພນີຂອງຊາວ ຫວຽດນາມ ພ້ອມດ້ວຍບັນດາຄຳອວຍພອນປີໃໝ່…ຄາດວ່າ, ໃນວັນທີ 1 ຂອງບຸນເຕັດ, ຈະມີແຂກປະມານກ່ວາ 4000 ເມື່ອຄົນຂຶ້ນກຳປັ່ນ ໄປຢ້ຽມຊົມ ອ່າວ ຮ້າລອງ.

ຕອບກັບ

ຂ່າວ/ບົດ​ອື່ນ