ແຂກສາກົນມາຫວຽດນາມບັນລຸກ່ວາ4,7ລ້ານເທື່ອຄົນ

ແຂກສາກົນມາຫວຽດນາມບັນລຸກ່ວາ4,7ລ້ານເທື່ອຄົນ - ảnh 1
ພາບປະກອບ

(vovworld) – ກົມ​ໃຫຍ່ທ່ອງ​ທ່ຽວ (ຂຶ້ນ​ກັບ​ກະ​ຊວງ​ວັດທະນະທຳ, ກິ​ລາ ​ແລະ ທ່ອງ​ທ່ຽວ) ​ໃຫ້​ຮູ້​ວ່າ: ​ໃນ 6 ​ເດືອນ​ຕົ້ນ​ປີ 2016, ​ແຂກ​ທ່ອງ​ທ່ຽວ​ສາກົນ​ມາ ຫວຽດນາມ  ຄາດ​ວ່າ​ບັນລຸຸລະ​ດັບ 4,7 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 21,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2015. ນີ້​ແມ່ນ​ໝາກຜົນ​ເປັນ​ໜ້າ​ຊື່ນ​ຊົມ, ສ້າງ​ທ່າ​ສະ​ດວກ​ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດນາມ ປະຕິບັດ​ສຳ​ເລັດ​ຈຸດໝາຍ​ຕ້ອນຮັບ​ແຂກ​ສາກົນ 8,5 ລ້ານ​ເທື່ອ​ຄົນ, ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວພາຍ​ໃນ​ປະ​ເທດ 60 ລ້ານ​ເທື່ອ​ຄົນ, ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່​ອງທ່ຽວ​ບັນລຸ 370.000 ຕື້​ດົ່ງ​ໃນ​ປີ 2016.

        ​ໄລ​ຍະ​ຜ່ານ​ມາ, ກົມ​ໃຫຍ່​ທ່ອງ​ທ່ຽວ​​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ໂຄສະນາ, ​ແນະນຳ​ຄວາມ​ສາມາດ​ບົ່​ມຊ້ອນ​ດ້ານ​ການທ່ອງທ່ຽວ​ຢູ່ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ. ​ໃນ​ນັ້ນ​ມີ​ຟິມຮູບ​ເງົາ​ກ່ຽວ​ກັບ​ການທ່ອງທ່ຽວ ຫວຽດນາມ ດ້ວຍ​ຫົວ​ຂໍ້​ວ່າ “ບັນດາ​ຮອຍ​ຍິ້ມ ຫວຽດນາມ” ​ໄດ້​​​ແຜ່​ພາບໃນ​ຊ່ອງ​ໂທລະພາບຂອງ ຝຣັ່ງ ​ໃນ ວັນ​ທີ 18/6. ອີກ​ເຫດການ​ໜຶ່ງ​ທີ່​ເປັນ​ໜ້າ​ສົນ​ໃຈຂ​ອງຂະ​ແໜງ​ການທ່ອງທ່ຽວ ຫວຽດນາມ ​ແມ່ນ​ງານ​ຕະຫຼາດນັດ​ການທ່ອງທ່ຽວ​ສາກົນ ດ່າ​ນັ້ງ ປີ 2016 ຊຶ່ງ​ໄດ້ຈັດ​ຕັ້ງ​ໃນ​ລະຫວ່າງວັນ​ທີ 24 – 26/6.



ຂ່າວ/ບົດ​ອື່ນ