ແຂວງ ກ໋ວາງນິງ ຈັດພິທີຂ່ຳນັບຮັບຕ້ອນຄະນະແຂ່ງເຮືອໃບທົ່ວໂລກ Clipper

(VOVWORLD) - ພາຍຫຼັງທຽບທ່າກ່ຳປັ່ນສາກົນ ຮ້າລອງ, ບັນດາລູກເຮືອຈະໄດ້ເຂົ້າຮ່ວມການເຄື່ອນໄຫວຈຳນວນໜຶ່ງຢູ່ແຂວງນີ້.
ແຂວງ ກ໋ວາງນິງ ຈັດພິທີຂ່ຳນັບຮັບຕ້ອນຄະນະແຂ່ງເຮືອໃບທົ່ວໂລກ Clipper - ảnh 1ບັນດາລູກເຮືອໄດ້ຮັບຂອງຂວັນຈາກແຂວງ ກ໋ວາງນິງ
(ພາບ:VOV)

ວັນທີ 21 ກຸມພາ, ຢູ່ນະຄອນ ຮ້າລອງ, ແຂວງ ກ໋ວາງນິງ ໄດ້ຈັດພິທີຂ່ຳນັບຮັບຕ້ອນຄະນະແຂ່ງເຮືອໃບທົ່ວໂລກ Clipper. ລາງວັນແຂ່ງເຮືອທົ່ວໂລກ 2023 – 2024 ໄດ້ເຕົ້າໂຮມລູກເຮືອເກືອບ 400 ຄົນ. ຮ້າລອງ ແມ່ນສະຖານທີ່ນອນໃນໄລຍະທາງທີ 5 ທີ່ມີຊື່ວ່າ “ສິ່ງທົດສອບ ອາຊີ - ປາຊີຟິກ”. ພາຍຫຼັງທຽບທ່າກ່ຳປັ່ນສາກົນ ຮ້າລອງ, ບັນດາລູກເຮືອຈະໄດ້ເຂົ້າຮ່ວມການເຄື່ອນໄຫວຈຳນວນໜຶ່ງຢູ່ແຂວງນີ້.

        ທ່ານນາງ ຫງວຽນຖຸ່ຍອຽນ, ຮອງຫົວໜ້າການພະແນກທ່ອງທ່ຽວແຂວງ ກ໋ວາງນິງ, ໃຫ້ຮູ້ວ່າ: ການແຂ່ງເຮືອໃບທົ່ວໂລກສາກົນປີ 2023 – 2024 ແມ່ນເຫດການພິເສດ, ແມ່ນໂອກາດເພື່ອໂຄສະນາພາບພົດ ຮ້າລອງ ໃນສາຍຕາເພື່ອນມິດສາກົນ:

        “ແຂວງ ກ໋ວາງນິງ ໄດ້ຮັບການຮູ້ຈັກເຖິງແມ່ນປະເທດ ຫວຽດນາມ ຫຍໍ້ຂະໜາດນ້ອຍດ້ວຍທິວທັດທຳມະຊາດທີ່ສວຍງາມ, ວັດທະນະທຳທີ່ເປັນເອກະລັກສະເພາະ, ປະຊາຊົນສະໜິດສະໜົມ. ອົງການ UNESCO ໄດ້ມອບໃຫ້ອ່າວຮ້າລອງ ເປັນປູຊະນີຍະສະຖານທຳມະຊາດໂລກ 3 ເທື່ອ. ພວກຂ້າພະເຈົ້າຫວັງວ່າ, ທຸກຄົນຈະມີຊຸມວັນທີ່ມີຄວາມໝາຍຢູ່ນະຄອນ ຮ້າລອງ (ແຂວງ ກ໋ວາງນິງ) ແລະ ແນະນຳຄວາມງາມຂອງ ຮ້າລອງ ໄປເຖິງບ້ານເກີດເມືອງນອນ ແລະ ບັນດາເຂດທີ່ຄະນະຈະໄປຜ່ານ”.

ຕອບກັບ

ຂ່າວ/ບົດ​ອື່ນ