ແຂວງ ຊ​ອກ​ຈັງ ຄວນ​ຍູ້​ແຮງ​ການ​ຫັນ​ປ່ຽນ​ຈິນ​ຕະ​ນາ​ການ​ຈາກ​ການ​ພັດ​ທະ​ນາ​ການ​ຜະ​ລິດ​ກະ​ສິ​ກຳ​ໄປ​ເປັນ​ການ​ “ພັດ​ທະ​ນາ​ເສດ​ຖະ​ກິດ​ກະ​ສິ​ກຳ”

(VOVWORLD) -ຕອນບ່າຍວັນທີ 28 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານຂອງລັດຖະບານໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຊອກຈັງ ກ່ຽວກັບສະພາບການ, ໝາກຜົນການປະຕິບັດໜ້າທີປີ 2021, ໄຕມາດ I/2022 ແລະ ທິດທາງໜ້າທີ່ປີ 2022 ແລະ ໄລຍະຈະມາເຖິງ.
ແຂວງ ຊ​ອກ​ຈັງ ຄວນ​ຍູ້​ແຮງ​ການ​ຫັນ​ປ່ຽນ​ຈິນ​ຕະ​ນາ​ການ​ຈາກ​ການ​ພັດ​ທະ​ນາ​ການ​ຜະ​ລິດ​ກະ​ສິ​ກຳ​ໄປ​ເປັນ​ການ​ “ພັດ​ທະ​ນາ​ເສດ​ຖະ​ກິດ​ກະ​ສິ​ກຳ” - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຊອກຈັງ (ພາບ: VOV)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຈາະຈີ້ມບາງບັນຫາ ເຊິ່ງແຂວງ ຊອກຈັງຄວນປະຕິບັດເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ແລະ ກໍ່ສ້າງພັກໃນປີ 2022 ແລະ ໃນຊຸມປີຕໍ່ໄປ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ແຂວງ ຊອກຈັງ ເສີມຂະຫຍາຍມູນເຊື້ອປະຕິວັດຢ່າງແຮງ, ຍູ້ແຮງການຫັນປ່ຽນຈິນຕະນາການຈາກການ “ພັດທະນາການຜະລິດກະສິກຳ” ໄປເປັນການ “ພັດທະນາເສດຖະກິດກະສິກຳ”, ຍົກສູງຄຸນນະພາບ, ມູນຄ່າເພີ່ມ, ປະສິດທິຜົນການຜະລິດ; ຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນຂົງເຂດກະສິກຳ, ມຸ່ງໄປເຖິງຂະແໜງກະສິກຳເຕັກໂນໂລຢີສູງ, ກະສິກຳອັດສະລິຍະ, ຊຸກຍູ້ການຮ່ວມສຳພັນລະຫວ່າງລະບົບຜະລິດກັບລະບົບຈຳໜ່າຍຜະລິດຕະພັນ.

ຫວູຄວຽນ


ຕອບກັບ

ຂ່າວ/ບົດ​ອື່ນ