ແຂວງ ບັກ​ຢາງ ຄວນ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຂຽວ ແລະ ຍືນ​ຍົງ

(VOVWORLD) -ຕອນບ່າຍວັນທີ 12 ມິຖຸນາ, ຢູ່ແຂວງບັກຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ບັກຢາງ ກ່ຽວກັບສະພາບ, ໝາກຜົນການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XIX ຂອງອົງຄະນະພັກແຂວງ ບັກຢາງ.
ແຂວງ ບັກ​ຢາງ ຄວນ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຂຽວ ແລະ ຍືນ​ຍົງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ 

ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ແຂວງ ບັກຢາງ ຈົ່ງສຸມໃສ່ພັດທະນາເສດຖະກິດສີຂຽວ ແລະ ພັດທະນາແບບຍືນຍົງ; ຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຫັນປ່ຽນພະລັງງານ; ດຶງດູດນັກລົງທຶນໂດຍມີການຄັດເລືອກ; ຍົກສູງປະສິດທິຜົນການລົງທຶນ… ແຂວງຕ້ອງພັດທະນາຢ່າງຮອບດ້ານທຸກຂະແໜງເສດຖະກິດ, ໃນນັ້ນ ອຸດສາຫະກຳ ແມ່ນກຳລັງໜູນຕົ້ນຕໍ, ກະສິກຳເປັນພື້ນຖານຮັບປະກັນ, ການບໍລິການແມ່ນເງື່ອນໄຂເພື່ອຊຸກຍູ້. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ແຂວງ ບັກຢາງ ຈົ່ງສຸມໃສ່ສ້າງກົງຈັກໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ