ແຂວງ ບິ່ງດິ້ງ ຈັດພິທີສະເຫຼີມສະຫຼອງ 235 ປີແຫ່ງວັນໄຊຊະນະ ງອັກໂຮ່ຍ- ດົງດາ ຢ່າງສົມກຽດ

(VOVWORLD) - ຄະນະຈັດຕັ້ງໄດ້ວາດພາບຄືນຄວາມສະຫງ່າຜ່າເຜີຍ ໄຕເຊີນ, ພິເສດແມ່ນໄຊຊະນະ ງອັກໂຮ່ຍ - ດົງດາ.
ແຂວງ ບິ່ງດິ້ງ ຈັດພິທີສະເຫຼີມສະຫຼອງ 235 ປີແຫ່ງວັນໄຊຊະນະ ງອັກໂຮ່ຍ- ດົງດາ ຢ່າງສົມກຽດ - ảnh 1(ພິທີສະເຫຼີມສະຫຼອງ 235 ປີແຫ່ງວັນໄຊຊະນະ ງອັກໂຮ່ຍ- ດົງດາ)

        ຕອນຄ່ຳວັນທີ 13 ກຸມພາ (ກົງກັບວັນທີ 4 ບຸນເຕັດປີມະໂລງ 2024), ແຂວງ ບິ່ງດິ້ງ ໄດ້ຈັດພິທີສະເຫຼີມສະຫຼອງ 235 ປີແຫ່ງວັນໄຊຊະນະ ງອັກໂຮ່ຍ- ດົງດາ (1789 - 2024).

        ທີ່ພິທີ, ຄະນະຈັດຕັ້ງໄດ້ວາດພາບຄືນຄວາມສະຫງ່າຜ່າເຜີຍ ໄຕເຊີນ, ພິເສດແມ່ນໄຊຊະນະ ງອັກໂຮ່ຍ - ດົງດາ. ນັ້ນແມ່ນໄຊຊະນະທີ່ໄດ້ສ້າງຂຶ້ນດ້ວຍກຳລັງແຮງອັນສະຫງ່າອົງອາດຂອງຂະບວນການຊາວກະສິກອນ ສົມທົບກັບນ້ຳໃຈຮັກຊາດ ແລະ ນ້ຳໃຈຄວາມສາມັກຄີຂອງທັງຊາດ.

        ຕາມທ່ານ ຫງວຽນຕວນແທັງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ແລ້ວ, ໄຊຊະນະ ງອັກໂຮ່ຍ - ດົງດາ ແລະ ຄວາມສະຫງ່າຜ່າເຜີຍ ໄຕເຊີນ ໃນເມື່ອກ່ອນ ຍາມໃດກໍ່ແມ່ນແຫຼ່ງບັນດານໃຈສ້າງກຳລັງແຮງ ເພື່ອໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງ ບິ່ງດິ້ງ ສ້າງແຂວງໃຫ້ກາຍເປັນສູນເສດຖະກິດສຳຄັນຂອງເຂດທາງທິດໃຕ້ພາກກາງ.

        “ບັນດາບາດກ້າວທີ່ວ່ອງໄວ, ກ້າຫານໄດ້ສ້າງເປັນໄຊຊະນະ ງອັກໂຮ່ຍ - ດົງດາ ລະດູບານໃໝ່ 1789. ກໍ່ດ້ວຍຈິດໃຈອະມະຕະນັ້ນ, ໂດຍຕາງໜ້າໃຫ້ການນຳແຂວງ, ຂ້າພະເຈົ້າຮຽກຮ້ອງໃຫ້ອົງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນໃນແຂວງ ເພີ່ມທະວີຄວາມສາມັກຄີ, ສູ້ຊົນສ້າງບ້ານເກີດເມືອງນອນ ບິ່ງດິ້ງ ໃຫ້ນັບມື້ນັບສວຍງາມ, ຮັ່ງມີ, ສີວິໄລ, ທັນສະໄໝ, ກາຍເປັນແຂວງພັດທະນານອນໃນກຸ່ມນຳໜ້າຂອງເຂດພາກກາງ”.

ຕອບກັບ

ຂ່າວ/ບົດ​ອື່ນ