ແຂວງ ລ້າງເຊີນ ຮັບປະກັນຄວາມປອດໄພໃຫ້ແກ່ການຄ້າຢູ່ເຂດຊາຍແດນ

(VOVWORLD) - ແຕ່ກາງເດືອນ ມີນາ ມາຮອດປະຈຸບັນ, ຄິດສະເລ່ຍແຕ່ລະມື້ມີປະມານ 1.000 ເທື່ອຄົນໄດ້ເຮັດລະບຽບການເຂົ້າ-ອອກເມືອງ, ເປັນຕົ້ນແມ່ນແຂກທ່ອງທ່ຽວ, ຜູ້ອອກແຮງງານໄປຊອກຫາວຽກເຮັດງານທຳ
ແຂວງ ລ້າງເຊີນ ຮັບປະກັນຄວາມປອດໄພໃຫ້ແກ່ການຄ້າຢູ່ເຂດຊາຍແດນ - ảnh 1(ພາບປະກອບ)

        ພາຍຫຼັງ 3 ເດືອນທີ່ ຈີນ ດັດປັບນະໂຍບາຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ເຂດຊາຍແດນ, ການເຄື່ອນໄຫວສົ່ງອອກ - ນຳເຂົ້າຜ່ານດ່ານຊາຍແດນສາກົນ ຮິວງີ້ (ມິດຕະພາບ) ແຂວງ ລ້າງເຊີນ ເກືອບຄືວ່າໄດ້ກັບຄືນສູ່ປົກກະຕິກ່ອນທີ່ໂລກລະບາດໂຄວິດ-19ແຜ່ລະບາດ. ພິເສດ, ແຕ່ກາງເດືອນ ມີນາ ມາຮອດປະຈຸບັນ, ຄິດສະເລ່ຍແຕ່ລະມື້ມີປະມານ 1.000 ເທື່ອຄົນໄດ້ເຮັດລະບຽບການເຂົ້າ-ອອກເມືອງ, ເປັນຕົ້ນແມ່ນແຂກທ່ອງທ່ຽວ, ຜູ້ອອກແຮງງານໄປຊອກຫາວຽກເຮັດງານທຳ ແລະ ໄປຢ້ຽມຢາມຍາດຕິພີ່ນ້ອງ… ທ່ານຮ້ອຍເອກ ຮ່ວາງຈ້ອງຂາຍ, ຫົວໜ້າກອງລະບຽບການດ່ານກວດກາຊາຍແດນ ຮິວງີ້, ໃຫ້ຮູ້ວ່າ:

        “ຢູ່ນອກເຂດດ່ານຊາຍແດນ, ພວກຂ້າພະເຈົ້າໄດ້ຊັບຊ້ອນກຳລັງກວດກາ ແລະ ຊີ້ນຳພາຫະນະ, ການເດີນທາງຂອງແຂກເຂົ້າ - ອອກເມືອງ ກໍຄືບັນດາພາຫະນະທ່ອງທ່ຽວ, ສິນຄ້າສົ່ງອອກ- ນຳເຂົ້າ, ຮັບປະກັນໃຫ້ມີຄວາມປອດໄພສູງສຸດໃຫ້ແຂກ. ພວກຂ້າພະເຈົ້າກໍ່ກະກຽມແຜນການໃນກໍລະນີມີແຂກເຂົ້າເມືອງເພີ່ມຂຶ້ນຫຼາຍ ອາດຈະຂຶ້ນເຖິງ 5.000 ຫາ 6.000 ເທື່ອຄົນ/ວັນ ພວກຂ້າພະເຈົ້າຍັງສາມາດຕອບສະໜອງໄດ້”.

        ເພື່ອກຽມພ້ອມຕ້ອນຮັບແຂກທ່ອງທ່ຽວ, ຫົວໜ່ວຍທ່ອງທ່ຽວແຂວງ ລ້າງເຊີນ ພວມສືບຕໍ່ບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ຊອກຫາຄູ່ຮ່ວມມື, ສ້າງ ແລະ ເຮັດໃໝ່ບັນດາຜະລິດຕະພັນການບໍລິການ ແລະ ເພີ່ມທະວີການສົ່ງເສີມການຮ່ວມມືດ້ານທ່ອງທ່ຽວກັບແຂວງ ກວາງຊີ, ປະເທດ ຈີນ…

ຕອບກັບ

ຂ່າວ/ບົດ​ອື່ນ