ແຂວງ ອານຢາງ ຕາງໜ້າໃຫ້ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ ຈີນ - ອາຊຽນ

(VOVWORLD) -ແຂວງອານຢາງຈະມີຮ້ານວາງສະແດງຂາຍສິນຄ້າດ້ວຍຫົວຂໍ້ວ່າ “ອານຢາງ - ອູ່ເຂົ້າຂອງຫວຽດນາມ”

ປີ 2019 ນີ້, ອານຢາງ ຈະເປັນທ້ອງຖິ່ນຕາງໜ້າໃຫ້ຫວຽດນາມເຂົ້າຮ່ວມງານຕະຫຼາດນັດ ຈີນ - ອາຊຽນ (CAEXPO 16) ເຊິ່ງຈະຖືກດໍາເນີນໃນລະຫວ່າງວັນທີ 20 – 23 ກັນຍາ 2019 ຢູ່ສູນວາງສະແດງ ແລະ ຫໍປະຊຸມສາກົນ ຢູ່ນະຄອນ ໜານໜິງ, ແຂວງກວາງຊີ ຂອງຈີນ. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງການນໍາຂັ້ນສູງຂອງຈີນ ແລະ ບັນດາປະເທດ ອາຊຽນ ພ້ອມດ້ວຍບັນດາຮ້ານວາງສະແດງຂາຍສິນຄ້າຂອງບັນດາວິສາຫະກິດດີເດັ່ນຂອງ ຈີນ ແລະ ບັນດາປະເທດໃນພາກພື້ນ ອາຊຽນ.

        ເຂົ້າຮ່ວມເຫດການດັ່ງກ່າວ, ແຂວງອານຢາງຈະມີຮ້ານວາງສະແດງຂາຍສິນຄ້າດ້ວຍຫົວຂໍ້ວ່າ “ອານຢາງ - ອູ່ເຂົ້າຂອງຫວຽດນາມ” ເພື່ອແນໃສ່ແນະນໍາ ອານຢາງ ເຊິ່ງເປັນແຂວງໜຶ່ງທີ່ພວມມີການພັດທະນາຢ່າງຮອບດ້ານ ຕາມທິດທັນສະໄໝ ແລະ ກາຍເປັນສູນກາງເສດຖະກິດ, ວັດທະນະທໍາ ແລະ ທ່ອງທ່ຽວຂອງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ຜ່ານນັ້ນ, ກໍ່ໂຄສະນາ, ແນະນໍາຄວາມສາມາດບົ່ມຊ້ອນ, ທ່າແຮງກ່ຽວກັບເສດຖະກິດ, ກາລະໂອກາດຮ່ວມມື ແລະ ລົງທຶນ; ໂຄສະນາພາບພົດທາງດ້ານວັດທະນະທໍາ, ການທ່ອງທ່ຽວ ແລະ ບັນດາຜະລິດຕະພັນທີ່ດີເດັ່ນຂອງ ອານຢາງ ເຖິງບັນດາປະເທດໃນພາກພື້ນ ອາຊຽນ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ