ແຂວງ ຮ່າ​ຢາງ ຈາ​ລຶກ​ບຸນ​ຄຸນ​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ (27 ກໍລະກົດ 1947 – 27 ກໍລະກົດ 2022), ວັນທີ 10 ກໍລະກົດ, ຢູ່ເມືອງ ວິຊວຽນ, ແຂວງ ຮ່າຢາງຂອງ ຫວຽດນາມ, ສະພາກາແດງ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໄດ້ຈັດຕັ້ງລາຍການມອບຂອງຂວັນຈາລຶກບຸນຄຸນບັນດາເປົ້າໝາຍນະໂຍບາຍ. 
ແຂວງ ຮ່າ​ຢາງ ຈາ​ລຶກ​ບຸນ​ຄຸນ​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ - ảnh 1ລາຍການມອບຂອງຂວັນຈາລຶກບຸນຄຸນບັນດາເປົ້າໝາຍນະໂຍບາຍ (ພາບ: hagiangtv.vn)

ເຂົ້າຮ່ວມລາຍການ ມີທ່ານອະດີດປະທານປະເທດຫວຽດນາມ ເຈືອງເຕິນຊາງ; ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ.

ສະພາກາແດງ ຫວຽດນາມ ແລະ ບັນດາຫົວໜ່ວຍອຸປະຖຳ ໄດ້ມອບຂອງຂວັນຈຳນວນ 300 ພູດໃຫ້ແກ່ແມ່ຫວຽດນາມ ວິລະຊົນ, ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ອະດີດຊາວໜຸ່ມຕະລຸມບອນ, ຜູ້ມີຄຸນງາມຄວາມດີ ທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຜູ້ປະສົບເຄາະຮ້າຍຈາກລູກລະເບີດທີ່ຍັງບໍ່ທັນແຕກ; ມອບໝູພັນ, ງົວແມ່ໃຫ້ແກ່ນັກຮົບເກົ່າ 310 ທ່ານທີ່ປະສົບກັບຄວາມຫຍຸ້ງຍາກ; ມອບຂອງຂວັນ 170 ພູດໃຫ້ແກ່ຄອບຄົວນັກຮົບເກົ່າທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19; ມອບນ້ຳນົມກວ່າ 800 ປ໋ອງໃຫ້ແກ່ເດັກນ້ອຍ ແລະ ກະໂທງກວ່າ 2000 ອັນ ຖະຫວາຍແດ່ນັກຮົບເສຍສະຫຼະຊີວິດເພື່ອຊາດ. ລວມມູນຄ່າກວ່າ 1,2 ຕື້ດົ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ