ແຂວງ ແທງຮ໋ວາ ອາດຈະກາຍເປັນແບບຢ່າງໃນເລື່ອງດຶງດູດການລົງທຶນ

(VOVWORLD) - ຕອນຄ່ຳວັນທີ 18 ພຶດສະພາ, ຢູ່ນະຄອນ ເຊີມເຊີນ ແຂວງ ແທງຮ໋ວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນເຂົ້າ ແທງຮ໋ວາ.
ແຂວງ ແທງຮ໋ວາ ອາດຈະກາຍເປັນແບບຢ່າງໃນເລື່ອງດຶງດູດການລົງທຶນ - ảnh 1 ກອງປະຊຸມສົ່ງເສີມການລົງທຶນເຂົ້າ ແທງຮ໋ວາ

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງແຂວງ ແທງຮ໋ວາ ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນດ້ວຍຂອບຂະໜາດໃຫຍ່, ບໍ່ພຽງແຕ່ກ່ຽວກັບຈຳນວນນັກລົງທຶນກ່ວາ 1200 ທ່ານເທົ່ານັ້ນ ຫາກຍັງດ້ານຄຸນນະພາບອີກດ້ວຍ, ບັນດານັກລົງທຶນ ລ້ວນແຕ່ມີຄວາມຕັດສິນໃຈຢ່າງສູງໃນການລົງທຶນເຂົ້າ ແທງຮ໋ວາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າແຂວງ ແທງຮ໋ວາ ຈະກາຍເປັນແຂວງແບບຢ່າງໃນການດຶງດູດການລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ແທງຮ໋ວາ ຄວນສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຫັນເປັນລະອຽດດ້ວຍທ່າໄດ້ປຽບກ້ວາງໃຫຍ່ຂອງທີ່ດິນ, ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ ດ້ວຍລາຍຈ່າຍການນຳໃຊ້ທີ່ດິນຕ່ຳ, ລະບຽບການບໍລິຫານວ່ອງໄວ. ອຳນາດການປົກຄອງ ແທງຮ໋ວາ ຕ້ອງມີແຜນຜັງ; ຈັດແບ່ງການນຳໃຊ້ທີ່ດິນໃຫ້ເໝາະສົມກັບວິທະຍາສາດ ແລະ ມີປະສິດທິຜົນ ເພື່ອຫລຸດຜ່ອນລາຍຈ່າຍນຳໃຊ້ທີ່ດິນໃຫ້ບັນດານັກລົງທຶນ ແລະ ວິສາຫະກິດ ແລະ ໃນໄລຍະຍາວບໍ່ຖືກຂັດແຍ້ງກັນ, ສົ່ງຜົນສະທ້ອນຕໍ່ກັນ ”

        5 ເສົາຄ້ຳດຶງດູດການລົງທຶນ, ຊຸກຍູ້ການເຕີບໂຕ ເຊິ່ງແທງຮ໋ວາ ແນະນຳເຖິງບັນດານັກລົງທຶນຢູ່ກອງປະຊຸມແມ່ນ:  ອຸດສາຫະກຳປຸງແຕ່ງ, ການປະດິດສ້າງ; ກະສິກຳ; ການທ່ອງທ່ຽວ; ສາທາລະນະສຸກ ແລະ ການພັດທະນາພື້ນຖານໂຄງລ່າງ, ຕົວເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ