ແຂວງ ໄຕນິງ ເປີດງານບຸນລະດູບບານໃໝ່ພູ ບ່າແດນ

(VOVWORLD) - ນີ້ແມ່ນງານບຸນໃຫຍ່ທີ່ສຸດ ແລະ ໄດ້ຮັບການລໍຄອຍທີ່ສຸດຢູ່ແຂວງ ໄຕນິງ ໃນປີນີ້.
ແຂວງ ໄຕນິງ ເປີດງານບຸນລະດູບບານໃໝ່ພູ ບ່າແດນ - ảnh 1ພິທີໄຂງານບຸນ
(ພາບ: TTXVN)

        ຕອນຄ່ຳວັນທີ 13 ກຸມພາ (ກົງກັບວັນທີ 4 ບຸນເຕັດປີມະໂລງ 2024), ຢູ່ແຂວງ ໄຕນິງ ໄດ້ເປີດງານບຸນລະດູບານໃໝ່ພູ ບ່າແດນ ດ້ວຍຫົວຂໍ້ “ສີສັນ ໄຕນິງ” ຢ່າງເປັນທາງການ.

        ງານບຸນລະດູບານໃໝ່ພູ ບ່າແດນ ແມ່ນການເຄື່ອນໄຫວປະຈຳປີ ເຊິ່ງຈັດຂຶ້ນຢູ່ເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳ - ທັດສະນີຍະພາບ ແລະ ທ່ອງທ່ຽວພູ ບ່າແດນ ເນື່ອງໃນໂອກາດຕ້ອນຮັບປີໃໝ່. ບັນດາການເຄື່ອນໄຫວນອນໃນງານບຸນນີ້ຈະແກ່ຍາວຮອດວັນທີ 09 ມີນາ. ນີ້ແມ່ນງານບຸນໃຫຍ່ທີ່ສຸດ ແລະ ໄດ້ຮັບການລໍຄອຍທີ່ສຸດຢູ່ແຂວງ ໄຕນິງ ໃນປີນີ້. ໃນຊຸມມື້ຈັດງານບຸນ, ມີບັນດາການເຄື່ອນໄຫວທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າ ຂະແມ, ຄື: ຟ້ອນ ຂະແມ, ຕີກອງ Chhay dam…

        ຕາມແຫຼ່ງຂໍ້ມູນຈາກຄະນະຈັດຕັ້ງແລ້ວ, ກ່ອນເວລາເປີດງານບຸນຢ່າງເປັນທາງການ (18 ໂມງ ວັນທີ 13 ກຸມພາ), ໄດ້ມີແຂກທ່ອງທ່ຽວກວ່າ  200.000 ເທື່ອຄົນກະກຽມເຂົ້າຮ່ວມງານບຸນໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ