ແຂວງ​ກ໋​ວາງ​ນິງ​ ຄວບ​ຄຸມ​ໄດ້​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນແຂວງໂດຍ​ພື້ນ​ຖານ

(VOVWORLD) -ນັບແຕ່ເວລາ 18 ໂມງຂອງວັນທີ 8 ກຸມພາ ຫາ ເວລາ 6 ໂມງຂອງວັນທີ 9 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3 ຄົນ ໃນປະຊາຄົມຢູ່ ແຂວງກ໋ວາງນິງ. ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2053 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 35 ຄົນ.
ແຂວງ​ກ໋​ວາງ​ນິງ​ ຄວບ​ຄຸມ​ໄດ້​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ບໍ​ລິ​ເວນແຂວງໂດຍ​ພື້ນ​ຖານ - ảnh 1ພາບປະກອບ: suckhoedoisong.vn

ຕອນບ່າຍວັນທີ 8 ກຸມພາ, ແຂວງກ໋ວາງນິງ ໄດ້ປະກາດວ່າ ໄດ້ຄວບຄຸມໂລກລະບາດໂຄວິດ - 19 ໃນບໍລິເວນແລ້ວ, ພ້ອມທັງມີແຜນນະໂຍບາຍຮັດແຄບບັນດາເຂດປິດລ້ອມ,  ເພື່ອໃຫ້ປະຊາຊົນຕ້ອນຮັບ ບຸນເຕັດ ຢ່າງປອດໄພໃນສະພາບການທີ່ເປັນປົກກະຕິໃໝ່. ທ່ານ ຫງວຽນຊວັນກີ໊, ເລຂາຄະນະພັກ ແຂວງກວາງນິງ ໄດ້ຢັ້ງຢືນວ່າ 5 ທ້ອງຖິ່ນ ທີ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ ຮະລອງ, ດົງຈ່ຽວ, ເວິນໂດ່ນ, ເກິມຝາ, ອວງບີ໊ ລ້ວນແຕ່ຄວບຄຸມ ໄດ້ໂລກລະບາດໂຄວິດ - 19 ແລ້ວ.

ໃນຂະນະນັ້ນ, ຢູ່ນະຄອນ ໂຮ່ຈີມິນ, ພາຍຫຼັງກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 25 ຄົນ ຈາກສະຖານທີ່ເກີດໂລກລະບາດຢູ່ສະໜາມບິນ ເຕິນເຊີນເຍິດ, ພະແນກສາທາລະນະສຸກ ນະຄອນໂຮ່ຈີມິນ ໄດ້ນຳລະບົບປ້ອງກັນສຳຮອງ ແລະ ປິ່ນປົວພະຍາດເຂົ້າໃຊ້ການ. ເພື່ອຮັບປະກັນຄວາມປອດໄພຢູ່ລະດັບສູງໃຫ້ແກ່ຜູ້ໂດຍສານຢູ່ ສະໝາມບິນ ເຕິນເຊີນເຍິດ.

ນັບແຕ່ເວລາ 18 ໂມງຂອງວັນທີ 8 ກຸມພາ ຫາ ເວລາ 6 ໂມງຂອງວັນທີ 9 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3 ຄົນ ໃນປະຊາຄົມຢູ່ ແຂວງກ໋ວາງນິງ. ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2053 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 35 ຄົນ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 8 ກຸມພາ, ວິທະຍາຄານເສນາຮັກ (ກະຊວງປ້ອງກັນປະເທດ) ໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມ ໄດ້ສຳເລັດການທົດລອງສັກ ວັກຊິນກັນພະຍາດໂຄວິດ - 19 Nano Covax ໄລຍະທີ 1 ລວມ 120 ເຂັມໃຫ້ແກ່ ຜູ້ອາສາສະໝັກ 60 ຄົນ. ຄາດວ່າ, ພາຍຫຼັງບຸນເຕັດປະຈຳຊາດ 2021, ສະພາ ຈັນຍາບັນ ໃນການຄົ້ນຄ້ວາແພດສາດ (ກະຊວງສາທາລະນະສຸກ) ຈະຈັດກອງປະຊຸມ ຕີລາຄາ ກ່ອນອະນຸມັດຜ່ານການຜັນຂະຫຍາຍການທົດລອງໄລຍະທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ