ແຂວງກວາງນາມຮັບປະກັນຄວາມປອດໄພໃຫ້ບັນດາການເຄື່ອນໄຫວຂອງ APEC 2017

ແຂວງກວາງນາມຮັບປະກັນຄວາມປອດໄພໃຫ້ບັນດາການເຄື່ອນໄຫວຂອງ APEC 2017 - ảnh 1
ຄະ​ນ​ະ​ປະ​ຕ​ິ​ບັດ​ງານ​ຂອງ​ກະ​ຊວງ​ຕຳ​ຫຼວດ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງກວາງ​ນາມ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 14/02, ຢູ່​ນະ​ຄອນ ໂຮ້ຍ​ອານ, ແຂວງກວາງ​ນາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດຫວຽດ​ນາມ ບຸຍ​ວັນ​ນາມ, ຫົວ​ໜ້າອະ​ນຸ​ກຳ​ມະ​ການ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ອາ​ຊ​ີ - ປາ​ຊີ​ຟິກ (APEC) 2017, ​ຄະ​ນ​ະ​ປະ​ຕ​ິ​ບັດ​ງານ​ຂອງ​ກະ​ຊວງ​ຕຳ​ຫຼວດ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງກວາງ​ນາມ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​, ຄວາມ​ເປັນ​ລະ​ບຽ​ບ​ຮຽ​ບ​ຮ້ອຍ​ຕໍ່ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຂອງ APEC 2017 ​ທີ່ຖືກ​ດຳ​ເນີນຢ​ູ່​ໂຮ້ຍ​ອານ. ຕາມ​ແຜນ​ການ​ແລ້ວ, ປີ APEC 2017 ຄາດ​ວ່າ​ຈະ​ມີ 3 ເຫດ​ການ, ກອງ​ປະ​ຊຸມ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໂຮ້ຍ​ອານ. ​ພາຍ​ຫຼັງ​ສິ້ນ​ສຸດ​ບັນ​ດ​າ​ເຫດ​ການ APEC 2017 ຢູ່ໂຮ້ຍ​ອານ ຈະ​ແມ່ນ​ສັບ​ປະ​ດາ​​ຂັ້ນ​ສູງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ມຸກ​ລັດ​​ພື້ນ​ຖານ​ເສດ​ຖະ​ກິດ​ຢູ່​ດ່ານັ້ງ. ສະ​ນັ້ນ, ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບ​ຽບ​ຮຽ​ບ​ຮ້ອຍ​ບັນ​ດາ​ເຫດ​ການ APEC 2017 ຢູ່​ກວາງ​ນາມ ແມ່ນ​ປະ​ຖົມ​ປັດ​ໃຈ​ໃຫ້​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ສັບ​ປະ​ດາ​ຂັ້ນ​ສູງ APEC 2017. ທ່ານ ຫງວຽນ​ວັນ​ເຊີນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ້ຍ​ອານ, ແຂວງກວາງ​ນາມ, ໃຫ້​ຮູ້​ວ່າ.

        “ສຳ​ລັບ APEC, ໂຮ້ຍ​ອານ ໄດ້​ພ້ອມ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງວັດ​ທະ​ນະ​ທຳ​, ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ມີ​ແຜນ​ການ​ລະ​ອຽດ​ແລ້ວ. ນັບ​ແຕ່ນີ້​ຮອດ​ເວ​ລາ​ດຳ​ເນີນ, ວຽກ​ງານ​ກະ​ກຽມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ. ກ່ອນ​ອື່ນ​ໝົດ​ແມ່ນ​ສຸມ​ໃສ່​ Festival ຄັ້ງ​ທີ 6 ເຊິ່ງ​ຈ​ະ​ດຳ​ເນີນ​ໃນ​ເດືອນ 06/2017 ນີ້​ກ່ອນ. ຫຼັງ​ຈາກນັ້ນ, ພວກ​ຂ້າ​ພະ​ເຈົ້າ​​ຈຶ່ງຈ​ະ​​ທຸ້ມ​ເຫື່ອ​ເທ​ແຮງ​ໃສ່ APEC.”

ຂ່າວ/ບົດ​ອື່ນ