ແຂວງຊຽງຂວາງ, ວຽງຈັນ ແລະ ເຫ້ງະອານ ພະຍາຍາມຊອກຫາ ແລະ ມອບຮັບອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ

ແຂວງຊຽງຂວາງ, ວຽງຈັນ ແລະ ເຫ້ງະອານ ພະຍາຍາມຊອກຫາ ແລະ ມອບຮັບອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ - ảnh 1
(ພິທີປົງ​ອັດຖິ​ທະຫານ​ອາສາ​ສະ​ໝັກ ​ແລະ ຜູ້​ຊ່ຽວສານຫວຽດນາມ
ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ລາວ)


(vovworld) - ຕອນ​ເຊົ້າ​ວັນ​ທີ 11/01, ຢູ່​​ເຂດ​ສຸ​ສານທະຫານ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເມືອງ​ໂດ​ເລືອ​ງ, ​ແຂວງ ​ເຫ​້ງະ​ອານ ​ໄດ້​ຈັດ​ພິທີປົງ​ອັດຖິ​ທະຫານ​ອາສາ​ສະ​ໝັກ ​ແລະ ຜູ້​ຊ່ຽວສານຫວຽດນາມ ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ລາວ, ຄັ້ງ​ທີ 1 ລະດູ​ແລ້ງ 2013 – 2014. ກ່ອນ​ໜ້າ​ນັ້ນ, ວັນ​ທີ 10/01, ຄະນະ​ປະຕິບັດ​ງານ​ພິ​ເສດ​ແຂວງ​ວຽງ​ຈັນ ​ແລະ ​ແຂວງ​ຊຽງ​ຂວາງ ​ໄດ້​ສົມທົບ​ກັບ​ຄະນະ​ປະຕິບັດ​ງານ​ພິ​ເສດ​ແຂວງ​ເຫ້ງະ​ອານ ຈັດ​ພິທີສວດ​ມົນ​ພາວະນາ ​ແລະ ພິທີມອບ​ຮັບອັດຖິ​ທະຫານ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 57 ຊຸດຢູ່​ແຂວງ​ຊຽງ​ຂວາງ.

        ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ລາວ ​ແລະ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ສົມທົບ​ກັນ​ຊອກ​ຫາ, ທ້ອນໂຮມ​ອັດຖິ​ທະຫານ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຄັ້ງ​ທີ 1 ລະດູ​ແລ້ງ​ປີ 2013 – 2014. ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ແຂວງ​ຊຽງ​ຂວາງ, ວຽງ​ຈັນ ​ແລະ ​ແຂວງ ​ເຫ້ງະ​ອານ ຕັດສິນ​ໃຈ​ສຳ​ເລັດ​ໜ້າ​ທີ່​ທ້ອນ​ໂຮມ​ຄັ້ງ​ທີ 2, ລະດູ​ແລ້ງ​ປີ 2014; ຈັດ​ຕັ້ງ​ພິທີ​ມອບ​ຮັບອັດຖິ​ທະຫານ​ທີ່​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 57 ຊຸດ​ ​ແລະ ນຳ​ເອົາກັບ​ເມ່ືອ​ປະ​ເທດ​ຖືກ​ຕາມ​ພິທີການ.

ຂ່າວ/ບົດ​ອື່ນ