ແຂວງຊຽງຂວາງ ເພີ່ມທະວີການຮ່ວມມື ກັບແຂວງແທງຮ໋ວາ

ແຂວງຊຽງຂວາງ ເພີ່ມທະວີການຮ່ວມມື ກັບແຂວງແທງຮ໋ວາ - ảnh 1
(ພາບປະກອບ)
(vovworld) - ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ໃນ​ລະຫວ່າງ​ວັນ​ທີ 30/05 – 02/06, ຄະນະ​ຜູ້​ແທນ​ແຂວງ​ແທງ​ຮ໋ວາ ​ໂດຍ​ທ່ານ ມາຍ​ວັນ​ນິງ, ​​ເລຂາ​ຄະນະ​ພັກ​​ແຂວງ​ນຳ​ໜ້າ, ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ ສົມກົດ ມັງໜໍ່ເມກ, ​ເລຂາ, ​ເຈົ້າ​ແຂວງ ​ແຂວງ​ຊຽງ​ຂວາງ. 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຮ່ວມ​ມື​ປີ 2013 – 2014, ​ໃນ​ນັ້ນ ​ເນັ້ນ​ໜັກ​ເຖິງ​ຄວາມ​ຮຽກ​ຮ້ອງ​​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໂຄສະນາ, ສຶກສາ​ກ່ຽວ​ກັບການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາ​ມສາມັກຄີ​ແບບ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບ​ດ​້ານ​ລະຫວ່າງ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ 2 ​ແຂວງ​ເວົ້າ​ສະ​ເພາະ. ບົດ​ບັນທຶກ​ກໍ​ຊີ້​ແຈ້ງວ່າແຂວງ​ແທງ​ຮ໋ວາ ​ແລະ ຊຽງ​ຂວາງ ຕ້ອງ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບ​ດ້ານ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ວຽກ​ງານ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ສ້າງ​​ເງື່ອນ​​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ 2 ​ແຂວງຊຸກ​ຍູ້ການ​ຮ່ວມ​ມື​ລົງທຶນ. ​ໃນ​ປີ 2013 ນີ້, ​ແຂວງ ​ແທງ​ຮ໋ວາ ມີ​​ແຜນການ​ອຸປະຖຳ​ຈຳນວນ​ເງິນ 3 ຕື້​ດົງ ​ເພື່ອ​ຊ່ວຍ​ໃຫ້​ແຂວງ​ຊຽງ​ຂວາງ ກໍ່ສ້າງ​ເຮືອ​ນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້​ແກ່ບັນດາ​ຄອບຄົວ​ທຸກ​ຍາກ ​ແລະ ຄອບ​ຄົວ​ນະ​ໂຍບາຍ.
ຂ່າວ/ບົດ​ອື່ນ