ແຂວງດົ່ງທາບ ແລະ ແຂວງ ຈຳປາສັກ ຮ່ວມມືໃນຫຼາຍຂົງເຂດ

(VOVWORLD) - ວັນທີ 27 ກັນຍາ, ຢູ່ແຂວງ ດົ່ງທາບ, ຄະນະຜູ້ແທນແຂວງ ດົ່ງທາບ ແລະ ຄະນະຜູ້ແທນແຂວງ ຈຳປາສັກ (ສປປ ລາວ) ມີການເຈລະຈາເພື່ອແນໃສ່ເປັນເອກະພາບຕໍ່ເນື້ອໃນບົດບັນທຶກຊ່ວຍຈຳ, ກຳນົດທິດການຮ່ວມມື, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ເພື່ອຜົນປະໂຫຍດລວມຂອງ ປະຊາຊົນ 2 ແຂວງ. 

ແຂວງດົ່ງທາບ ແລະ ແຂວງ ຈຳປາສັກ ຮ່ວມມືໃນຫຼາຍຂົງເຂດ - ảnh 1 ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງ 2 ແຂວງ

(ພາບ: baodongthap.com.vn)

ຕາມບົດບັນທຶກຊ່ວຍຈຳແລ້ວ, ການກຳນົດທິດຮ່ວມມືໄລຍະ 2017 – 2021 ລະຫວ່າງ 2 ທ້ອງຖິ່ນ, 2 ຝ່າຍຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາພະແນກ, ຂະແໜງ, ຫົວໜ່ວຍ ແລະ ວິສາຫະກິດ 2 ແຂວງມີເງື່ອນໄຂໄດ້ພົບປະ, ແລກປ່ຽນ, ແບ່ງປັນບົດຮຽນນຳກັນກ່ຽວກັບດ້ານເຕັກນິກໃນການຜະລິດກະສິກຳ, ການລ້ຽງປູກສິນໃນນ້ຳ. ຄຽງຄູ່ກັນນັ້ນ, ກໍ່ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຊອກຮູ້ຕະຫຼາດ, ຮ່ວມມື ແລະ ລົງທຶນຜະລິດ; ພັດທະນາການດຳເນີນທຸລະກິດ, ຍູ້ແຮງການຮ່ວມມືສົ່ງເສີມການຄ້າ ແລະ ການລົງທຶນ; ສ້າງເງື່ອນໄຂສະດວກ, ຮ່ວມມືເພື່ອບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຄົ້ນຄ້ວາວິທະຍາສາດ, ການບຳລຸງສ້າງພະນັກງານ, ລັດຖະກອນ.

ຕອບກັບ

ຂ່າວ/ບົດ​ອື່ນ