ແຂວງນາມດີ້ງ ຈັດກອງປະຊຸມ ສະຫລຸບວຽກງານ ແຂ່ງຂັນຍ້ອງຍໍ ປີ 2011

ແຂວງນາມດີ້ງ  ຈັດກອງປະຊຸມ       ສະຫລຸບວຽກງານ     ແຂ່ງຂັນຍ້ອງຍໍ ປີ 2011 - ảnh 1
               ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
                                     ພາບປະກອບ (intetnet)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/2 ​ແຂວງ ນາມ​ດີ້ງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ແຂ່ງຂັນ ຍ້ອງຍໍ​ປີ 2011 ​ແລະ ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ປີ 2012. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ທັງ​ເປັນຮອງ​ປະທານ​ທີຫນຶ່ງ​ສະພາ​ແຂ່ງຂັນ​ຍ້ອງຍໍ​ສູນ​ກາງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ຊຶ່ງ​ແຂວງ ນາມ​ດີ້​ງ ບັນລຸ​ໄດ້​ໃນ​ຫລາຍ​ຂົງ​ເຂດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ສະ​ເຫ​ນີວ່າ: ​ໃນວຽກ​ງານ​ແຂ່ງຂັນ ຍ້ອງຍໍ, ທາງ​ແຂວງ​ຄວນ​​​ມູ້​ງ​ໄປ​ສູ່​ຮາກ​ຖານ, ​ໃນ​ນັ້ນ​​ເອົາ​ໃຈ​ໃສ່​ເຖິງ​ຖັນ​ແຖວ​ກຳມະກອນ, ​ແຮງ​ງານ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຍັງ​ຖື​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແຂວງ ນາມ​ດີ້​ງ ຄວນ​ສືບຕໍ່​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ ​ໃນ​ນັ້ນຄວນ​ສຸມ​ໃສ່​ປະຕິບັດ​ບັນດາ​ຫນ້າ​ທີ່​ຄື: ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່, ​ສ້າງໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​ໃຫມ່, ປ່ຽນ​ໃຫມ່, ຊັບຊ້ອນ​ລັດ​ວິ​ສາ​ຫະກິດ​ຢູ່​ບໍລິ​ເວນ​ແຂວງ​ຄືນ​ໃຫມ່ ​ແລະ​ອື່ນໆ. ບັນດາ​ຂະ​ບວນການ​ແຂ່ງຂັນ ຕ້ອງ​ປະຕິບັດ​ຢ່າງ​ແທດ​ຈິງ ​ແລະ ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ