ແຂວງບິ່ງດິ້ງ ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍ

ແຂວງບິ່ງດິ້ງ ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍ - ảnh 1
ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍ
(ພາບ: baomoi.com)


(vovworld) – ​​ຕອນ​ຄໍ່າ​ວັນ​ທີ 31/03, ຢູ່​ສະໜາມ​ຫຼວງ​ທີ່າງ​ນະຄອນ​ກຸຍ​ເຍີນ, ຄະນະ​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະກາ​ນແນວ​ໂຮມ​ປະ​ເທດ​ຊາດ​ແຂວງ​ບິ່ງ​ດິ້ງ ​ໄດ້​ຈັດ​ພິທີສະ​​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ (31/03/1975 – 31/03/2015) ​ແລະ ຮັບ​ຫຼ​ຽນໄຊ​ໂຮ່ຈິ​ມິນ. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີມສະຫຼອງ, ມີ​ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ. ທ່ານ ​ໂຮ່ກ໋ວກຢຸງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບິ່ງ​ດິ້ງ, ​​ໄດ້​ອ່ານ​ສູນ​ທອນ​ພົດ​ທີ່​ພິທີ​, ​ໃນ​ນັ້ນ​ໄດ້​ຕີ​ລາຄາ​ສູງ​ມູນ​ເຊື້ອ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ຂອງ​ປະຊາຊົນ​ບິ່ງ​ດິ້ງ, ປະກອບສ່ວນ​ເຂົ້າ​​ໃນ​ໄຊຊະນະ​ອັນ​ສະຫງ່າ​ອົງອາດ​ຂອງ​ຊາດ​ໃນ​ພາລະກິດ​ປົດ​ປ່ອຍ​ພາກ​ໃຕ້ ​ໂຮມປະ​ເທດ​ຊາດ​ຢ່າງ​ສົມບູນ ​ແລະ ​ໃນພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນັບ​ແຕ່ຊຸມ​ມື້ຕົ້ນ​ໄດ້​ຮັບ​ການປົດ​ປ່ອຍ​ມາ​ຮອດ​ປະຈຸ​ບັນ, ອົງຄະ​ນະ​ພັກ, ກອງທັບ ​ແລະ ປະຊາຊົນ​ແຂ​ວງບິ່ງ​ດິງ ​ໄດ້​ມານະ​ພະຍາຍາມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ. ພິ​ເສດ, ​ໃນ 10 ປີ​ມໍ່ໆ​ມ​ານີ້, ​ເສດຖະກິດ, ສັງ​ຄົມ​ຂອງ​ແຂວງ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຄິດສະ​ເລ່ຍ​ແຕ່ລະ​ປີ​ເພີ່ມ​ຂຶ້ນ 9%. ​ໂດຍຕາງ​ໜ້າ​ໃຫ້​ພັກ ​ແລະ ລັດ, ທ່ານ ຫງວຽນທ້ຽນ​ເຍີນ ​ໄດ້​ມອບ​ຫຼ​ຽນໄຊ​ໂຮ່ຈິ​ມິນ​ໃຫ້​ອົງຄະ​ນະ​ພັກ, ທະຫານ ​ແລະ ປະຊາຊົນ​ແຂວງ​ບິ່ງ​ດິ້ງ.

ຂ່າວ/ບົດ​ອື່ນ