ແຂວງ​ບາກ​ລຽວ ໄຂວັນ​ບຸນກ​ານ​ທ່ອງ​ທ່ຽວ​ກະ​ສິ​ກຳ, ຊົນ​ນະ​ບົດ ແລະ ຜະ​ລິດ​ຕະ​ພັນ OCOP

(VOVWORLD) - ຕອນຄ່ຳວັນທີ 22 ທັນວາ, ແຂວງບາກລຽວ ໄດ້ຈັດພິທີໄຂວັນບຸນການທ່ອງທ່ຽວກະສິກຳ, ຊົນນະບົດ ແລະ ຜະລິດຕະພັນ OCOP (ໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ) ປີ 2023.

ແຂວງ​ບາກ​ລຽວ ໄຂວັນ​ບຸນກ​ານ​ທ່ອງ​ທ່ຽວ​ກະ​ສິ​ກຳ, ຊົນ​ນະ​ບົດ ແລະ ຜະ​ລິດ​ຕະ​ພັນ OCOP - ảnh 1ລາຍການສະແດງສິລະປະຢູ່ວັນບຸນ (ພາບ: VOV)

ປັດຈຸບັນ, ແຂວງບາກລຽວ ມີ ສະຖານທີ່ທ່ອງທ່ຽວດີເດັ່ນ 11 ແຫ່ງ ໂດຍສະຫະສະມາຄົມການທ່ອງທ່ຽວເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮັບຮອງເອົາ, ຫຼາຍທີ່ສຸດໃນທົ່ວເຂດ. ທີ່ພິທີໄຂ, ທ່ານ ຟ້າມວັນຫຽວ ປະທານຄະນະກຳມະການປະຊາຊົນແຂວງ ເນັ້ນໜັກວ່າ:

ປັດຈຸບັນ, ທົ່ວແຂວງມີ 131 ຜະລິດຕະພັນ OCOP , ໃນນັ້ນມີ 33 ຜະລິດຕະພັນ  ບັນລຸມາດຖານ 4 ດາວ ແລະ 98 ຜະລິດຕະພັນ ບັນລຸ ມາດຖານ 3 ດາວ, ບັນດາຜະລິດຕະພັນຂອງແຂວງ ນັບມື້ນັບມີຮູບແບບທີ່ອຸດົມສົມບູນ, ຕອບສະໜອງໄດ້ບັນດາມາດຖານ, ຂໍ້ກຳນົດກ່ຽວກັບຄຸນນະພາບ, ການຄ້ຳປະກັນສະບຽງອາຫານ, ຮັບໃຊ້ຄວາມຕ້ອງການ ແລະ ຄວາມນິຍົມຂອງ ແຂກທ່ອງທ່ຽວ ແລະ ຕະຫຼາດ ນັບມື້ນັບດີກ່ວາເກົ່າ. ພ້ອມກັບການກຳນົດທິດສຸມໃສ່ພັດທະນາ ອາຫານພິເສດ, ສະເພາະຜະລິດຕະພັນທີ່ເປັນມູນເຊື້ອ, ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳຂອງທ້ອງຖິ່ນ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາຜະລິດຕະພັນ OCOP ຂອງແຂວງ ບາກລຽວ ຈະ ນັບມື້ນັບພັດທະນາ, ວາງໄປຂາຍໃນວົງກ້ວາງ ແລະ ນຳຄຸນຄ່າຫຼາຍກ່ວາອີກມາໃຫ້ແກ່ແຂວງ ບາກລຽວ.

ຕອບກັບ

ຂ່າວ/ບົດ​ອື່ນ