ແຂວງລອງອານຕ້ອງການຂຸດຄົ້ນຄວາມສາມາດບົ່ມຊ້ອນ,ທ່າແຮງເພື່ອພັດທະນາ

ແຂວງລອງອານຕ້ອງການຂຸດຄົ້ນຄວາມສາມາດບົ່ມຊ້ອນ,ທ່າແຮງເພື່ອພັດທະນາ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ລອງ​ອານ​)


(vovworld) – ຕອນ​ບ່າຍ​ວັນ​ທີ 24/3, ຢູ່​ສຳ​ນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ​ລອງ​ອານ​ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ-​ສັງຄົມ​ຂອງ​ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ຢາກ​​ໃຫ້​ແຂວງ ​ລອງ​ອານ​ ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມຊ້ອນສູງ​ສຸດ, ທ່າ​ແຮງ​ຢ່າງ​ສູງ​ສຸດເພື່ອ​ສືບ​ຕໍ່ບືນ​ຕົວຂຶ້ນ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2015 ​ແລະ ​ແຜນການ 5 ປີ (2011-2015) ​ໃຫ້ບັນລຸ​ໄດ້​ໝາກຜົນ​ສູງ​ສຸດ. ພ້ອມ​ກັນ​ນັ້ນ, ຕ້ອງ​ກະກຽມ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກທຸກ​ຂັ້ນ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນຕິດ​ພັນ​ກັບ​ແຜນການ​ລະອຽດ; ທິດ​ທາງ, ໜ້າ​ທີ່, ມາດ​ຕະການ​ລະອຽດ​ໃຫ້​ແກ່​ໄລຍະ 5 ປີ​ຈະ​ມາ​ເຖິງ (2016-2020) ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ-​ສັງຄົມ​ບັນລຸ​ຜົນ​ສຳ​ເລັດ​. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້​ແຂວງ​ ລອງ​ອານ​ ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ການ​ບຳລຸງ​ສ້າງ​ແຫຼ່ງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ; ຍູ້​ແຮງການຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ, ຍົກ​ສູງ​ສະມັດ​ຕະພາບ​ການ​ອອກ​ແຮງ​ງານ​ຜ່ານ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ ຫັນ​ປ່ຽນແຮງ​ງານ​ຈາກ​ການ​ຜະລິດ​ກະສິກຳ ມາສູ່​ຂົງ​ເຂ​ດອຸດ​ສະຫະ​ກຳ, ການ​ບໍລິການຢ່າງ​ແຮງ​​.

     ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ກໍ່​ຕັກ​ເຕືອນແຂວງ ​ລອງ​ອານ ສືບ​ຕໍ່​ສຸມ​ໃສ່​ລົງທຶນ​ໃຫ້​​ໂຄງ​ປະກອບ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ; ຜັນ​ຂະຫຍາຍບັນດາ​ວິທີ​ແກ້​ໄຂ​​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນທຸລະ​ກິດ​ຢ່າງມີ​ປະສິດທິ​ຜົນ​ກ່ວາ​ອີກ. ພ້ອມທັງ, ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມການ​ຄ້າ; ສ້າງກົນ​ໄກ, ນະ​ໂຍບາຍ​ອຳນວຍ​ຄວາມສະດວກ, ສ້າງ​ສະພາບ​ແວດ​ລ້ອມທີ່ສະດວກ​ໃນການ​ດຶງ​ດູດ​ການ​ລົງທຶນ; ປະຕິບັດ​ຢ່າງ​​ເດັດ​ດ່ຽວ​ໃນ​ວຽກ​ງານ​ປະຕິ​ຮູບ​ການບໍລິຫານ, ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້ງ​ຂອງ​ທ້ອງ​ຖິ່ນ; ​ເອົາ​ໃຈ​ໃສ່​​ເຖິງ​ວຽກ​ງານ​ຮັກສາສະພາບ​ແວດ​ລ້ອມ​ຊີວະພາບ.

ຂ່າວ/ບົດ​ອື່ນ