ແຂວງ​ລາຍ​ເຈົາ ຈັດ​ງານ​ຕະ​ຫຼາດ​ນັດ ໂສມ ເປັນ​ຄັ້ງ​ທຳ​ອິດ

(VOVWORLD) -  ເພື່ອແນະນຳ ແລະ ໂຄສະນາກ່ຽວກັບຕົ້ນໂສມ, ນັບແຕ່ວັນທີ 11 ພະຈິກ ຫາວັນທີ 13 ພະຈິກ 2022, ເປັນຄັ້ງທຳອິດທີ່ແຂວງ ລາຍເຈົາຈະຈັດງານຕະຫຼາດນັດ ໂສມ ດ້ວຍຫົວຂໍ້ “ຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ຄາດຫວັງກ້າວເດີນໄກ”.

ໃນງານຕະຫຼາດນັດ, ບັນດາອົງການເຈົ້າໜ້າທີ່ຈະປະກາດ, ແນະນຳໝາກຜົນການຄົ້ນຄວ້າກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະ ຄຸນຄ່າຂອງຕົ້ນໂສມ ລາຍເຈົາ; ພ້ອມດຽວກັນນັ້ນ ກໍປະກາດແຜນທີ່ແຜນຜັງພັດທະນາເຂດປູກຕົ້ນໂສມລາຍເຈົາ.

        ງານຕະຫຼາດນັດ ລາຍເຈົາ ປີ 2022 ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຊອກຮູ້ ແນໃສ່ສົ່ງເສີມການຮ່ວມມືລົງທຶນ, ຮ່ວມສຳພັນກັບປະຊາຊົນຜະລິດ, ດຳເນີນທຸລະກິດຄ້າຂາຍຕົ້ນໂສມ ລາຍເຈົາ ແລະ ປຸງແຕ່ງບັນດາຜະລິດຕະພັນຈາກຕົ້ນໂສມ. ໃນຂອບເຂດຂອງເຫດການ, ຍັງມີກອງປະຊຸມສົ່ງເສີມການລົງທຶນພັດທະນາເຂດປູກໂສມແຂວງ ລາຍເຈົາ; ກອງປະຊຸມສຳມະນາຖ່າຍທອດວິທະຍາສາດເຕັກໂນໂລຢີພັດທະນາຕົ້ນໂສມ ລາຍເຈົາ; ວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນໂສມ.

ຕອບກັບ

ຂ່າວ/ບົດ​ອື່ນ