ແຂວງຫາຍເຢືອງ ມີປູຊະນີຍະສະຖານລະດັບຊາດພິເສດແຫ່ງທີ 2

(VOVWORLD) - ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ສະເໜີໃຫ້ບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ ບັນດານັກວິທະຍາສາດສືບຕໍ່ສົມທົບກັບແຂວງ ຫາຍເຢືອງ ໃນວຽກງານຄົ້ນຄ້ວາວິທະຍາສາດຮອບດ້ານກ່ຽວກັບເຂດປູຊະນີຍະສະຖານ ອານຟູ້ - ກິ໋ງຈູ໋ - ເຫຍີມເຢືອງ
ແຂວງຫາຍເຢືອງ ມີປູຊະນີຍະສະຖານລະດັບຊາດພິເສດແຫ່ງທີ 2 - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ມອບໃບຢັ້ງຢືນໃຫ້ອຳນາດການປົກຄອງແຂວງ ຫາຍເຢືອງ

ຕອນຄ່ຳວັນທີ 10 ທັນວາ, ຢູ່ເມືອງ ກິມມົນ, ແຂວງ ຫາຍເຢືອງ ໄດ້ຈັດຕັ້ງພິທີຕ້ອນຮັບໃບຢັ້ງຢືນປູຊະນີຍະສະຖານລະດັບຊາດພິເສດ ກຸ່ມປູຊະນີຍະສະຖານ ອານຟູ້ - ກິ໋ງຈູ໋ - ເຫຍີມເຢືອງ ແລະ ຮັບຮອງເມືອງ ກິງມົນ ບັນລຸມາດຖານຊົນນະບົດໃໝ່. ນີ້ແມ່ນປູຊະນີຍະສະຖານລະດັບຊາດພິເສດແຫ່ງທີ 2 ຂອງແຂວງ ຫາຍເຢືອງ, ຖັດຈາກເຂດປູຊະນີຍະສະຖານ ກົນເຊີນ - ກຽບບາກ ຢູ່ເທດສະບານ ຈີ໋ລີງ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ສະເໜີໃຫ້ບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ ບັນດານັກວິທະຍາສາດສືບຕໍ່ສົມທົບກັບແຂວງ ຫາຍເຢືອງ ໃນວຽກງານຄົ້ນຄ້ວາວິທະຍາສາດຮອບດ້ານກ່ຽວກັບເຂດປູຊະນີຍະສະຖານ ອານຟູ້ - ກິ໋ງຈູ໋ - ເຫຍີມເຢືອງ, ຂຸດຄົ້ນຄຸນຄ່າຊັບພະຍາກອນທຳມະຊາດ ແລະ ມະນຸດສາດທີ່ລ້ຳຄ່າຢູ່ທີ່ນີ້. ທ່ານນາງ ຮອງປະທານປະເທດ ດັ້ງທິງອັກທິ້ງ ຮຽກຮ້ອງໃຫ້ແຂວງ ຫາຍເຢືອງ ສ້າງ ແຜນຜັງສັງລວມກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍເຂດປູຊະນີຍະສະຖານຕິດພັນກັບການພັດທະນາການທ່ອງທ່ຽວເພື່ອຍື່ນສະເໜີຕໍ່ລັດຖະບານໃຫ້ສັດະຕະຍາບັນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ