ແຂວງຮ່ານາມ ເພີ່ມທະວີການຮ່ວມມືກັບ ແຂວງ Gyeonggi, ສ.ເກົາຫຼີ

(VOVWORLD) -
ແຂວງຮ່ານາມ ເພີ່ມທະວີການຮ່ວມມືກັບ ແຂວງ Gyeonggi, ສ.ເກົາຫຼີ - ảnh 1 ແຂວງ ຮ່ານາມ ມີຫຼາຍການເຄື່ອນໄຫວການລົງທຶນຢູ່ ແຂວງ Gyeonggi (ສ.ເກົາຫຼີ)

ໃນວັນທີ 12 ຕຸລາ, ຄະນະກຳມະການປະຊາຊົນ ແຂວງ ຮ່ານາມ ໄດ້ຈັດຕັ້ງພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື ລະຫວ່າງແຂວງ ຮ່ານາມ ແລະ ແຂວງ Gyeonggi (ສ.ເກົາຫຼີ). ຕາມບົດບັນທຶກທີ່ໄດ້ລົງນາມ, ແຂວງ ຮ່ານາມ ແລະ ແຂວງ Gyeonggi ຈະຕັ້ງໜ້າຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງບັນດາຫົວໜ່ວຍພາກລັດ ແລະ ເອກະຊົນ ຂອງສອງຝ່າຍໃນບັນດາຂົງເຂດເສດຖະກິດ, ສັງຄົມ ແລະ ວັດທະນະທຳ. ສອງຝ່າຍຮ່ວມມືເຊິ່ງກັນ ແລະ ກັນໃນການແລກປ່ຽນບັນດາແຜນການຮ່ວມມື, ຈັດສົ່ງບັນດາອົງການຈັດຕັ້ງອຳນາດການປົກຄອງ ແລະ ພະນັກງານມີຕຳແໜ່ງເທົ່າທຽມກັນໄປ - ມາເຮັດວຽກຢູ່ທັງສອງຝ່າຍເພື່ອແນໃສ່ຮັບປະກັນການຮ່ວມສຳພັນໃນການແລກປ່ຽນ ແລະ ຮ່ວມມື; ສົມທົບກັນເຄື່ອນໄຫວໃນການຊຸກຍູ້ການແລກປ່ຽນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງທ້ອງຖິ່ນໃນບັນດາຂົງເຂດເສດຖະກິດ, ສັງຄົມ ແລະ ວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ