ແຂວງເກີນເທີຈັດຕັ້ງການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຊາດ ຫວຽດນາມ2/9

ແຂວງເກີນເທີຈັດຕັ້ງການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຊາດ ຫວຽດນາມ2/9 - ảnh 1
ພາບປະກອບຈາກ ອີນເຕີເນັດ

(vovworld) – ​ນອນ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ສະ​ເຫຼີ​ມສະຫຼອງວັນຊາດ ຫວຽດນາມ 2/9, ນະຄອນ ​ເກີນ​ເທີ ​ໄດ້​ຈັດ​ຕັ້ງ​ງານ​ມະ​ໂຫລານ “ບັນດາ​ບົດ​ເພງ​ຮ່ວ​ມ​ເດີນທາງ​ກັບ​ການ​ເວລາ​” ຄັ້ງ​ທີ 7 ​ແຕ່​ວັນ​ທີ 21 – 25/8 ອັນ​ໄດ້ດຶງ​ດູດ​ຜູ້​ເຂົ້າ​ຮ່ວມທີ່ມາ​ຈາກ 16 ຫົວໜ່ວຍ​ຄື: ບັນດາ​ຄະນະ​ຊາວ​ໜຸ່ມ​ເມືອງ, ​​ໂຮງຮຽນ, ສະ​ໂມ​ສອນຕ່າງໆ, ນັກ​ຮ້ອງ​ເສລີ. ພ້ອມ​ກັນ​ນັ້ນ​ກໍ່​ຈັດການ​ເຄື່ອນ​ໄຫວ: ງານ​ວາງສະ​ແດງ​ພາບ​ແຕ້ມ​ລະດົມ​ກຳລັງ​ໃຈ, ວາງສະ​ແດງ​ແຜນ​ທີ່​ດ້ວຍ​ຫົວ​ຂໍ້ “​ເຂດ​ຊາຍ​ແດນ ​ແລະ ທະ​ເລ, ໝູ່​ເກາະ ຫວຽດນາມ”, ຄຳ່​ຄື​ນສະ​ແດງ​ສິລະ​ປະພື້ນ​ເມືອງ​ທຳນອງ​ເພງ​ພາກ​​ໃຕ້ ຢູ່​ທ່າ​ກຳ​ປັ່ນ ນິງກຽວ ​ແລະ ກາ​ນ​ເຄື່ອນ​ໄຫວ​ພົບປະແລກປ່ຽນສະ​ແດງ​ສິລະ​ປະ​ຕ່າງໆ​, ​ແນະນຳ​ຜະ​ລິດ​ຕະພັນ​ທ່ອງ​ທ່ຽວ​ຂອງ 9 ​ເມືອງ. ຢູ່​ເມືອງ ນິງກຽວ, ​ໄດ້ດຳ​ເນີນ​ວັນ​ບຸນ​ວັດທະນະທຳ - ກິລາ - ທ່ອງ​ທ່ຽວ​ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ງານ​​ແຂ່ງຂັນ​ປຸງແຕ່ງອາຫານ, ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ທະ​ເລ, ໝູ່​ເກ​າະ, ງານ​ແຂ່ງຂັນ​ກິລາມວຍ ​ວໍ​ວີນາ​ມ.​.​.​


ຂ່າວ/ບົດ​ອື່ນ